ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
19
ຫ້າຄື: ເນີຍໃສ ເນີຍຂຸ້ນ ນໍ້າມັນ ນໍ້າເຜີ້ງ ນໍ້າອ້ອຍ ແລະ ຣົດເຄັມ
ກໍບໍ່ປາກົດ ມະນຸດທັງຫຼາຍກິນຫຍ້າທີ່ຮ້ອງວ່າ ກຸດະຣູສະກະ (ຫຍ້າ
ກັບເເກ້) ແທນການກິນເຂົ້າ ກຸສົນກຳມະບົດຫາຍໄປ ບໍ່ມີຮ່ອງຮອຍ
ອະກຸສົນກຳມະບົດຮຸ່ງເຮືອງເຖິງທີ່ສຸດ ໃນໝູ່ມະນຸດບໍ່ມີຄຳເວົ້າວ່າກຸ
ສົນ ຈຶ່ງບໍ່ມີການເຮັດກຸສົນ ມະນຸດສະໄໝນັ້ນ ຈະບໍ່ຍົກຍ້ອງສັນລະ
ເສີນ;
ຄວາມເຄົາລົບເກື້ອກູນຕໍ່ມານດາ (ມັດເຕີຍຍະທັມ)
ຄວາມເຄົາລົບເກື້ອກູນຕໍ່ບິດາ (ເປດເຕີຍຍະທັມ)
ຄວາມເຄົາລົບເກື້ອກູນຕໍ່ສະມະນະ (ສາມັນຍະທັມ)
ຄວາມເຄົາລົບເກື້ອກູນຕໍ່ພຣາມ (ພຣາມມັນຍະທັມ) ແລະ
ຄວາມປະພຶດອ່ອນນ້ອມຕໍ່ຜູ້ໃຫຍ່ໃນຕະກູນ (ກຸລະເຊດຖາ
ປະຈາຍະນະທັມ) ຄື: ກັບທີ່ມະນຸດຍົກຍ້ອງກັນຢູ່ໃນສະໄໝນີ້
ບໍ່ມີຄຳເວົ້າວ່າ ແມ່ ນ້າບ່າວ ນ້າສາວ ພໍ່ ອາ ລຸງ ປ້າ ພັນລະຍາຂອງ
ອາຈານ ແລະ ຄຳວ່າເມຍຂອງຄູ ສັດໂລກຈັກປະພຶດສັມເພດ
(ການສົມສູ່ກັນ) ປະພຶດເຊັ່ນດຽວກັນກັບແບ້ ແກະ ໄກ່ ໝູ ໝາ
ໝາຈອກ ຄວາມອາຄາດ ຄວາມພະຍາບາດ ຄວາມຄິດຮ້າຍ
ຄວາມຄິດຂ້າ ເປັນໄປຢ່າງຮ້າຍແຮງ ແມ່ນໃນລະຫວ່າງ
ມານດາກັບບຸດ ບຸດກັບມານດາ ບິດາກັບບຸດ ບຸດກັບບິດາ
ອ້າຍກັບນ້ອງ ນ້ອງກັບອ້າຍທັງຊາຍ ແລະ ຍິງ ຄື:
ກັບທີ່ນາຍພານມີຄວາມຮູ້ສຶກຕໍ່ສັດທັງຫຼາຍ.
- ໃນສະໄໝນັ້ນ ຈັກມີສັດຖັນຕະຣະກັບ (ການໃຊ້ສັດຕຣາວຸດຕິດ
ຕໍ່ກັນບໍ່ຫຼຸດຜ່ອນ) ຕະຫຼອດເວລາ 7 ວັນ: ສັດທັງຫຼາຍເຫຼົ່ານັ້ນຈະ
ມີຄວາມສຳຄັນຕໍ່ກັນ ຄື: ກັບເປັນຄະນາເນື້ອ ແຕ່ລະຄົນມີອາວຸດໃນ








