ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
16
ປັດໃຈຕໍ່ອາຍຸໄຂຂອງມະນຸດ | 05
ປາ.ທີ.11/70-80/34-47.
ພິກຂຸທັງຫຼາຍ ! ເມື່ອພະຣາຊາມີການປະພຶດຊະນິດທີ່ເປັນໄປແຕ່
ພຽງເພື່ອການຄຸ້ມຄອງອາລັກຂາ ແຕ່ບໍ່ໄດ້ເປັນໄປເພື່ອການປະພຶດ
ໃຫ້ເກີດຊັບ ແກ່ບຸກຄົນຜູ້ບໍ່ມີຊັບທັງຫຼາຍດັ່ງນັ້ນແລ້ວ ຄວາມຍາກ
ຈົນຂັດສົນ ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ເພາະ
ຄວາມຍາກຈົນຂັດສົນ ເປັນໄປຢ່າງກ້ວາງຂວາງຮ້າຍແຮງເຖິງທີ່ສຸດ
ອະທິນນາທານ (ລັກຊັບ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່
ສຸດ ເພາະອະທິນນາທານ ເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່
ສຸດ ການໃຊ້ສັດຕຣາວຸດ ໂດຍວິທີຕ່າງໆກໍເປັນໄປຢ່າງກ້ວາງຂວາງ
ຮ້າຍແຮງເຖິງທີ່ສຸດ ເພາະການໃຊ້ສັດຕຣາວຸດໂດຍວິທີການຕ່າງໆ
ເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດປານາຕິບາດ (ເຊິ່ງໝາຍ








