ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
17
ເຖິງການຂ້າມະນຸດດ້ວຍກັນ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງ
ເຖິງທີ່ສຸດ ເພາະປານາຕິບາດ ເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງ
ທີ່ສຸດມຸສາວາດ (ການຫຼອກລວງສໍ້ໂກງ) ກໍເປັນໄປຢ່າງກວ້າງຂວາງ
ຮ້າຍແຮງເຖິງທີ່ສຸດ.
- ໃນສະໄໝນີ້ ມະນຸດມີອາຍຸໄຂຖອຍລົງຫຼາຍຈາກ 8 ໝື່ນປີ ເຫຼືອ
ພຽງ 4 ໝື່ນປີ ເພາະມຸສາວາດ ເປັນໄປຢ່າງກວ້າງຂວາງຮ້າຍແຮງ
ເຖິງທີ່ສຸດ ປິສຸນາວາດ (ການເວົ້າຈາຍຸແຍ່ເພື່ອການແຕກແຍກກັນ
ເປັນພວກເປັນໝູ່ ທຳລາຍຄວາມສາມັກຄີ) ກໍເປັນໄປຢ່າງກວ້າງ
ຂວາງຮ້າຍແຮງເຖິງທີ່ສຸດ.
- ໃນສະໄໝນີ້ ມະນຸດມີອາຍຸໄຂຖອຍລົງມາເຫຼືອພຽງ 2 ໝື່ນປີ
ເພາະປິສຸນາວາດເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ກາເມ
ສຸມິດສາຈານ (ການລະເມີດຄົນຮັກຂອງບຸກຄົນອື່ນ) ກໍເປັນໄປຢ່າງ
ກວ້າງຂວາງຮ້າຍແຮງເຖິງທີ່ສຸດ.
- ໃນສະໄໝນີ້ ມະນຸດມີອາຍຸໄຂຖອຍລົງມາເຫຼືອພຽງ 1 ໝື່ນປີ
ເພາະກາເມສຸມິດສາຈານເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ
ຜະຣຸສາວາດ ແລະ ສຳຜັບປາລາປະວາດ (ການໃຊ້ຄຳຫຍາບ ແລະ
ຄຳເວົ້າໂລເລ ເພື່ອຄວາມມ່ວນຊື່ນ) ກໍເປັນໄປຢ່າງກວ້າງຂວາງຮ້າຍ
ແຮງເຖິງທີ່ສຸດ.
- ໃນສະໄໝນີ້ ມະນຸດມີອາຍຸຖອຍລົງມາເຫຼືອພຽງ 5 ພັນປີເພາະ
ຜະຣຸສາວາດ ແລະ ສຳຜັບປາລາປະເປັນໄປຢ່າງກວ້າງຂວາງຮ້າຍແຮງ
ເຖິງທີ່ສຸດ ອະພິດຊາ ແລະ ພະຍາບາດ (ແຜນການກອບໂກຍ ແລະ
ການທຳລາຍມ້າງເພ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ.








