ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

15

ເມື່ອ ດວງຈັນ ແລະ ດວງອາທິດ ມີປະຣິວັດບໍ່ສະໝໍ່າສະເໝີ

ດາວນັກສັດ ແລະ ດາວທັງຫຼາຍ ກໍມີປະຣິວັດບໍ່ສະໝໍ່າສະເໝີ.

ເມື່ອ ດາວນັກສັດ ແລະ ດາວທັງຫຼາຍ ມີປະຣິວັດບໍ່ສະໝໍ່າສະເໝີ

ຄືນ ແລະ ວັນ ກໍມີປະຣິວັດ ບໍ່ສະໝໍ່າສະເໝີ

ເມື່ອ ຄືນ ເເລະ ວັນ ມີປະຣິວັດບໍ່ສະໝໍ່າສະເໝີ

ເດືອນ ແລະ ເຄິ່ງເດືອນ ກໍມີປະຣິວັດບໍ່ສະໝໍ່າສະເໝີ.

ເມື່ອ ເດືອນ ແລະ ເຄິ່ງເດືອນ ມີປະຣິວັດບໍ່ສະໝໍ່າສະເໝີ

ລະດູ ແລະ ປີ ກໍມີປະຣິວັດບໍ່ສະໝໍ່າສະເໝີ.

ເມື່ອ ລະດູ ແລະ ປີ ມີປະຣິວັດບໍ່ສະໝໍ່າສະເໝີ

ລົມ (ທຸກຊະນິດ) ກໍພັດໄປບໍ່ສະໝໍ່າສະເໝີ.

ເມື່ອ ລົມ (ທຸກຊະນິດ) ພັດໄປບໍ່ສະໝໍ່າສະເໝີ

ປັນຊະສາ (ລະບົບແຫ່ງທິດທາງລົມອັນຖືກຕ້ອງ) ກໍປັ່ນປ່ວນ.

ເມື່ອ ປັນຊະສາ ປັ່ນປ່ວນ ເທວະດາທັງຫຼາຍ ກໍກະວົນກະວາຍ.

ເມື່ອ ເທວະດາທັງຫຼາຍ ກະວົນກະວາຍ

ຝົນກໍຕົກລົງມາຢ່າງບໍ່ເໝາະສົມ (ບໍ່ຕົກຖືກຕາມລະດູການ).

ເມື່ອ ຝົນຕົກລົງມາຢ່າງບໍ່ເໝາະສົມ ພືດພັນ ເຂົ້າທັງຫຼາຍ

ກໍແກ່ແລະສຸກບໍ່ສະໝໍ່າສະເໝີ.

ພິກຂຸທັງຫຼາຍ ! ເມື່ອມະນຸດທັງຫຼາຍບໍຣິໂພກພືດພັນເຂົ້າທັງຫຼາຍທີ່

ແກ່ ແລະ ສຸກ ບໍ່ສະໝໍ່າສະເໝີ ກໍ່ກາຍເປັນຜູ້ມີອາຍຸສັ້ນ ຜິວພັນບໍ່

ງາມ ມີກໍາລັງໜ້ອຍ ແລະ ມີໂຣກໄພໄຂ້ເຈັບຫຼາຍ.

(ຂໍ້ຄວາມຕໍ່ໄປນີ້ ໄດ້ຕຣັດເຖິງສະພາບການທີ່ກົງກັນຂ້າມ ຜູ້ສຶກສາ

ຄວນຮູ້ໂດຍໄນຍະກົງກັນຂ້າມ ຕະຫຼອດສາຍ).

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ