ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
14
ຜົນຈາກຄວາມບໍ່ມີທັມມະຂອງມະນຸດ | 04
- ບາລີ.ຈຕຸກກ.ອໍ.21/97/70.
ພິກຂຸທັງຫຼາຍ ! ສະໄໝໃດ ພຣະຣາຊາ (ຜູ້ປົກຄອງ)ທັງຫຼາຍບໍ່ຕັ້ງຢູ່
ໃນທັມ ສະໄໝນັ້ນ ຣາຊະຍຸດ (ຂ້າຣາຊະການ) ທັງຫຼາຍກໍບໍ່ຕັ້ງຢູ່ໃນ
ທັມ ເມື່ອຣາຊະຍຸດທັງຫຼາຍບໍ່ຕັ້ງຢູ່ໃນທັມພຣາມ ແລະ ຄະຫະບໍ
ດີທັງຫຼາຍກໍບໍ່ຕັ້ງຢູ່ໃນທັມ.
ເມື່ອ ພຣາມ ແລະ ຄະຫະບໍດີທັງຫຼາຍບໍ່ຕັ້ງຢູ່ໃນທັມ
ຊາວເມືອງ ແລະ ຊາວຊົນນະບົດທັງຫຼາຍ ກໍເປັນຜູ້ບໍ່ຕັ້ງຢູ່ໃນທັມ.
ເມື່ອ ຊາວເມືອງ ແລະ ຊາວຊົນນະບົດທັງຫຼາຍບໍ່ຕັ້ງຢູ່ໃນທັມ
ດວງ ຈັນ ແລະ ດວງອາທິດ ກໍມີປະຣິວັດ
(ການເຄື່ອນທີ່ການໝູນວຽນ) ບໍ່ສະໝໍ່າສະເໝີ.








