ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
151
ເປັນຄູຜູ້ສອນຂອງເທວະດາ ເເລະ ມະນຸດທັງຫຼາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້
ເບີກບານດ້ວຍທັມເປັນຜູ້ມີຄວາມຈະເລີນຈຳເເນກທັມສັ່ງສອນສັດ”
ຄະຫະບໍດີ ! ນີ້ເອີ້ນວ່າ ສັດທາສັມປະທາ.
ຄະຫະບໍດີ ! ກໍສີລະສັມປະທາ ເປັນຢ່າງໃດໜໍ ?
ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ເວັ້ນຂາດຈາກປານາຕິບາດ,
ເປັນຜູ້ເວັ້ນຂາດຈາກອະທິນນາທານ, ເປັນຜູ້ເວັ້ນຂາດຈາກກາເມສຸ
ມິດສາຈານ, ເປັນຜູ້ເວັ້ນຂາດຈາກມຸສາວາດ, ເປັນຜູ້ເວັ້ນຂາດຈາກ
ການດື່ມນຳ້ເມົາ ຄື: ສຸຣາ ເເລະ ເມໄຣອັນເປັນທີ່ຕັ້ງເເຫ່ງຄວາມປະ
ໝາດ ນີ້ເອີ້ນວ່າ ສີລະສັມປະທາ.
ຄະຫະບໍດີ ! ກໍຈາຄະສັມປະທາ ເປັນຢ່າງໃດໜໍ ?
ອະຣິຍະສາວົກໃນທັມວິນັຍນີ້ ມີໃຈປາສະຈາກມົນທິນ ຄື: ຄວາມຂີ້
ຖີ່ ມີການບໍຣິຈາກປ່ອຍຢູ່ເປັນປະຈຳ ມີຝ່າມືອັນຊຸ່ມ ຍິນດີເເລ້ວໃນ
ການສະລະ ເປັນຜູ້ຄວນເເກ່ການຂໍ ຍິນດີໃນການໃຫ້ ເເລະ ການ
ເເບ່ງປັນ ນີ້ເອີ້ນວ່າ ຈາຄະສັມປະທາ.
ຄະຫະບໍດີ ! ກໍປັນຍາສັມປະທາ ເປັນຢ່າງໃດໜໍ ?
ບຸກຄົນມີໃຈອັນຄວາມໂລບຢ່າງເເຮງກ້າຄື ອະພິດຊາຄອບງຳ ເເລ້ວ
ຍ່ອມກະກິດທີ່ບໍ່ຄວນເຮັດ ລະເລີຍກິດທີ່ຄວນເຮັດ ເມື່ອລະເລີຍກິດ
ທີ່ບໍ່ຄວນເຮັດ ເເລະ ລະເລີຍກິດທີ່ຄວນເຮັດ ເສຍຍ່ອມເສື່ອມຈາກ
ຍົດ ເເລະ ຄວາມສຸກ; ບຸກຄົນມີໃຈອັນພະຍາບາດ, ຖີນະມິດທະ,
ອຸດທັດຈະກຸກກຸດຈະ, ອັນວິຈິກິດສາຄອບງຳເເລ້ວ ຍ່ອມລະເລີຍກິດ
ທີ່ບໍ່ຄວນເຮັດ ລະເລີຍກິດທີ່ຄວນເຮັດ, ເມື່ອລະເລີຍກິດທີ່ບໍ່ຄວນ
ເຮັດ ເເລະ ລະເລີຍກິດທີ່ຄວນເຮັດເສຍ ຍ່ອມເສື່ອມຈາກຍົດ ເເລະ
ຄວາມສຸກ.








