ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
152
ຄະຫະບໍດີ ! ອະຣິຍະສາວົກນັ້ນເເລຮູ້ວ່າ ອະພິດຊາ ວິສະມະໂລພະ
(ຄວາມໂລບຢ່າງເເຮງກ້າ) ເປັນອຸປະກິເລດ (ໂທດເຄື່ອງເສົ້າໝອງ)
ເເຫ່ງຈິດ ຍ່ອມລະອະພິດຊາວິສະມະໂລພະອັນເປັນອຸປະກິເລດເເຫ່ງ
ຈິດເສຍໄດ້ ຮູ້ວ່າພະຍາບາດ (ຄິດຮ້າຍ), ຖິນະມິດທະ (ຄວາມຫົດຫູ່
ຊຶມເສົ້າ), ອຸດທັດຈະກຸກກຸດຈະ (ຄວາມຟຸ້ງຊ້ານລຳຄານ), ວິຈິກິດ
ສາ (ຄວາມລັງເລສົງໄສ) ເປັນອຸປະກິເລດເເຫ່ງຈິດ ຍ່ອມລະເສຍເຊິ່ງ
ອຸປະກິເລດເເຫ່ງຈິດເຫຼົ່ານັ້ນ.
ຄະຫະບໍດີ ! ເມື່ອອະຣິຍະສາວົກຮູ້ວ່າ ອະພິດຊາວິສະມະໂລພະ ເປັນ
ອຸປະກິເລດເເຫ່ງຈິດດັ່ງນີ້ເເລ້ວ ເມື່ອນັ້ນຍ່ອມລະເສຍໄດ້ ເມື່ອອະຣິ
ຍະສາວົກຮູ້ວ່າພະຍາບາດ, ຖິນະມິດທະ, ອຸດທັດຈະກຸກກຸດຈະ, ວິຈິ
ກິດສາ ເປັນອຸປະກິເລດເເຫ່ງຈິດດັ່ງນີ້ເເລ້ວ ເມື່ອນັ້ນຍ່ອມລະສິ່ງ
ເຫຼົ່ານັ້ນເສຍໄດ້ ອະຣິຍະສາວົກນີ້ເຮົາເອີ້ນວ່າ ເປັນຜູ້ມີປັນຍາຫຼາຍ
ມີປັນຍາໜາເເໜ້ນ ເປັນຜູ້ເຫັນທາງ ເປັນຜູ້ເຖິງພ້ອມດ້ວຍປັນຍາ ນີ້
ເອີ້ນວ່າ ປັນຍາສັມປະທາ.
ຄະຫະບໍດີ ! ທັມ 4 ປະການເຫົຼ່ານີ້ເເລ ຍ່ອມເປັນໄປເພື່ອໃຫ້ໄດ້
ທັມ 4 ປະການ ອັນໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້
ຍາກໃນໂລກ.








