ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

150

ຢັ້ງຍືນ ນີ້ເປັນທັມປະການທີສາມ ອັນໜ້າປາຖະໜາ ໜ້າຮັກໃຄ່

ໜ້າພໍໃຈ ຫາໄດ້ຍາກໃນໂລກ.

ເຮົາໄດ້ໂພຄະຊັບທັງຫຼາຍໂດຍທາງທັມເເລ້ວ ໄດ້ຍົດ ພ້ອມດ້ວຍ

ຍາດ ເເລະ ມິດສະຫາຍເເລ້ວ ເປັນຢູ່ຍືນຍົງ ຮັກສາອາຍຸໃຫ້ຢັ້ງຢືນ

ເເລ້ວ ເມື່ອຕາຍໄປເເລ້ວຂໍເຮົາຈົ່ງເຂົ້າເຖິງສຸຄະຕິໂລກສະຫວັນນີ້

ເປັນທັມປະການທີ 4 ອັນໜ້າປາຖະໜາ ໜ້າຮັກໃຄ້ ໜ້າພໍໃຈຫາ

ໄດ້ຍາກໃນໂລກ.

ຄະຫະບໍດີ ! ທັມ 4 ປະການນີ້ເເລ ໜ້າປາຖະໜາ ໜ້າຮັກໃຄ້ ໜ້າພໍ

ໃຈ ຫາໄດ້ຍາກໃນໂລກ.

ຄະຫະບໍດີ ! ທັມ 4 ປະການນີ້ ຍ່ອມເປັນໄປເພື່ອໃຫ້ໄດ້ທັມ 4 ປະ

ການ ອັນໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ

ທັມ 4 ປະການເປັນຢ່າງໃດໜໍ ? ຄື:

1. ສັດທາສັມປະທາ (ຄວາມເຖິງພ້ອມດ້ວຍສັດທາ)

2. ສີລະສັມປະທາ (ຄວາມເຖິງພ້ອມດ້ວຍສີນ)

3. ຈາຄະສັມປະທາ (ຄວາມເຖິງພ້ອມດ້ວຍການບໍຣິຈາກ)

4. ປັນຍາສັມປະທາ (ຄວາມເຖິງພ້ອມດ້ວຍປັນຍາ)

ຄະຫະບໍດີ ! ກໍສັດທາສັມປະທາ ເປັນຢ່າງໃດໜໍ ?

ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມເປັນຜູ້ມີສັດທາເຊື່ອປັນຍາການ

ຕຣັດສະຮູ້ຂອງຕະຖາຄົດວ່າ “ ເພາະເຫດຢ່າງນີ້ໆ ພຣະຜູ້ມີພຣະ

ພາກເຈົ້ານັ້ນ ເປັນຜູ້ໄກຈາກກິເລດ ເປັນຜູ້ຕຣັດສະຮູ້ຊອບໄດ້ ໂດຍ

ພຣະອົງເອງ ເປັນຜູ້ເຖິງພ້ອມດ້ວຍວິດຊາ ເເລະ ຈະຣະນະ (ຂໍ້ປະຕິ

ບັດໃຫ້ເຖິງວິດຊາ) ເປັນຜູ້ໄປເເລ້ວດ້ວຍດີ ເປັນຜູ້ຮູ້ໂລກ ຢ່າງເເຈ່ມ

ເເຈ້ງ ເປັນຜູ້ສາມາດຝຶກບຸຣຸດທີ່ສົມຄວນຝຶກໄດ້ ຢ່າງບໍ່ມີໃຜຍິ່ງກວ່າ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ