ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

11

ເຄາະຮ້າຍອັນໃຫຍ່ຫຼວງຂອງຄົນພານ | 03

ອຸປຣິ. ມ. 14/319-320/481-483

ພິກຂຸທັງຫຼາຍ ! ປຽບເໝືອນບຸຣຸດຖິ້ມປ້ອງ(ໄມ້ໄຜ່) ທີ່ມີຮູເຈາະຢູ່

ພຽງຮູດຽວ ລົງໄປໃນມະຫາສະໝຸດປ້ອງ(ໄມ້ໄຜ່) ນັ້ນຖືກລົມຕາ

ເວັນອອກພັດໃຫ້ໄຫຼໄປທາງທິດຕາເວັນຕົກ, ຖືກລົມຕາເວັນຕົກພັດ

ໃຫ້ໄຫຼໄປທາງທິດຕາເວັນອອກ, ຖືກລົມທິດເໜືອພັດໃຫ້ໄຫຼໄປ

ທາງທິດໃຕ້, ຖືກລົມທິດໃຕ້ພັດໃຫ້ໄຫຼໄປທາງທິດເໜືອ ຢູ່ດັ່ງນີ້.

ໃນນ້ຳນັ້ນມີເຕົ່າໂຕໜຶ່ງຕາບອດ ລ່ວງໄປຮ້ອຍໆປີ ມັນຈະໂຜ່ຜຸດຂຶ້ນ

ມາເທື່ອໜຶ່ງໆ.

ພິກຂຸທັງຫຼາຍ ! ພວກເຈົ້າຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ?

ຈະເປັນໄປໄດ້ບໍ່ໜໍ ທີ່ເຕົ່າຕາບອດໂຕນັ້ນ ຈະເອົາຄໍສອດເຂົ້າໄປໃນ

ປ້ອງ(ໄມ້ໄຜ່) ເຊິ່ງມີຢູ່ພຽງຮູດຽວນັ້ນໄດ້ ?

ຂໍ້ນັ້ນເປັນໄປບໍ່ໄດ້ເລີຍ ຂ້ານ້ອຍ !

ຂ້າເເຕ່ພຣະອົງຜູ້ຈະເຣີນ ! ຖ້າຈະເປັນໄປໄດ້ເເດ່ໃນບາງຄັ້ງບາງຍາມ

ກໍໂດຍລ່ວງໄລຍະດົນນານເເນ່ນອນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ