ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

12

ພິກຂຸທັງຫຼາຍ ! ເຕົ່າຕາບອດໂຕນັ້ນຈະເອົາຄໍສອດເຂົ້າໃນປ້ອງ (ໄມ້

ໄຜ່) ເຊິ່ງມີຮູດຽວນັ້ນໄດ້ ຍັງຈະໄວກວ່າ ອັນເຮົາກ່າວວ່າຄວາມ

ເປັນມະນຸດທີ່ຄົນພານ ຜູ້ໄປສູ່ວິນິບາດຄາວໜຶ່ງ ເເລ້ວຈະໄດ້ນັ້ນຍັງ

ຍາກກວ່ານີ້, ນັ້ນເພາະເຫດໃດ ?

ພິກຂຸທັງຫຼາຍ ! ເພາະໃນຕົວຄົນພານນີ້

ບໍ່ມີການປະພຶດທັມ,

ບໍ່ມີການປະພຶດສະຫງົບ,

ບໍ່ມີການເຮັດກຸສົນ,

ບໍ່ມີການເຮັດບຸນ,

ມີເເຕ່ການກິນກັນເອງ ການບຽດບຽນຜູ້ອ່ອນເເອ.

ພິກຂຸທັງຫຼາຍ ! ຄົນພານນັ້ນໆເເລ ຖ້າຈະມາສູ່ຄວາມເປັນມະນຸດ

ໃນບາງຄັ້ງບາງຄາວ ບໍ່ວ່າການໃດໆ ໂດຍລ່ວງໄລຍະການດົນນານ

ກໍ່ຍ່ອມເກີດໃນຕະກູນຕໍ່າ ຄື: ຕະກູນຄົນຈັນທານ ຫຼື ຕະກູນຄົນຈັກ

ສານ ຫຼື ຕະກູນຊ່າງລົດ ຫຼື ຕະກູນຄົນຖິ້ມຂີ້ເຫຍື້ອ, ເຫັນປານນັ້ນ

ໃນບັ້ນປາຍ ອັນເປັນຕະກູນຄົນຈົນ ທີ່ມີເຂົ້າ ນໍ້າ ເເລະ ໂພຊະນະອາ

ຫານໜ້ອຍ ມີຊີວິດເປັນໄປລຳບາກ ເຊິ່ງເປັນຕະກູນທີ່ຈະໄດ້ຂອງ

ກິນ ເເລະ ເຄື່ອງນຸ່ງຫົ່ມໂດຍຝືດເຄືອງ ເເລະ ເຂົາຈະມີຜິວພັນ

ຂີ້ຮ້າຍ ໜ້າລັງກຽດ ຮູບຮ່າງກາຍເຕ້ຍ ມີໂຣກຫຼາຍ ເປັນຄົນຕາ

ບອດເເດ່ ເປັນຄົນງ່ອຍເປ້ຍເເດ່ ເປັນຄົນຕ່ຳຕ້ອຍເເດ່ ເປັນຄົນເປ້ຍ

ອ່ອນກຳລັງເເດ່ ບໍ່ໄດ້ເຂົ້າ ນໍ້າ ຜ້າ ຍານພາຫະນະ ດອກໄມ້ ຂອງ

ຫອມ ເຄື່ອງລູບທາ ບ່ອນນອນ ທີ່ຢູ່ອາໄສ ເເລະ ເຄື່ອງປະທີບໂຄມ

ໄຟ, ເຂົາຈະປະພຶດກາຍທຸຈະຣິດ ວະຈີທຸຈະຣິດ ມະໂນທຸຈະຣິດ ຄັນ

ເເລ້ວເມື່ອຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາດນະຣົກ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ