ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
10
ເພາະມີຄວາມດັບໄປເເຫ່ງຊາດນັ້ນເເລ ຊະຣາມໍຣະນະ ໂສກະປະຣິ
ເທວະທຸກຂະໂທມະນັດ ເເລະ ອຸປາຍາສະທັງຫຼາຍຈຶ່ງດັບສິ້ນ
ຄວາມດັບເເຫ່ງກອງທຸກທັງສິ້ນນີ້ ຍ່ອມມີດ້ວຍປະການຢ່າງນີ.້
ດູຣາຄະຫະບໍດີ ! ຍາຍະທັມອັນປະເສີດນີ້ ອະຣິຍະສາວົກນັ້ນ ເຫັນ
ແຈ້ງເເທງຕະຫຼອດດີເເລ້ວ ດ້ວຍປັນຍາ.
ດູຣາຄະຫະບໍດີ ! ເມື່ອໃດເເລ ອະຣິຍະສາວົກ ມີໄພເວນ 5 ປະການ
ເຫຼົ່ານີ້ ສະຫງົບແລ້ວ ເປັນຜູ້ປະກອບດ້ວຍທັມອັນເປັນອົງແຫ່ງການ
ເຂົ້າເຖິງກະແສເເຫ່ງນິບພານ 4 ຢ່າງເຫຼົ່ານີ້ ເເລະ ເຫັນແຈ້ງແທງຕະ
ຫຼອດດີແລ້ວ ເຊິ່ງຍາຍະທັມອັນປະເສີດດ້ວຍປັນຍາ ເມື່ອນັ້ນອະຣິ
ຍະສາວົກນັ້ນ ເມື່ອຫວັງຢູ່ກໍຍ່ອມພະຍາກອນຕົນດ້ວຍຕົນເອງໄດ້ວ່າ
“ ເຮົາເປັນຜູ້ມີນະຣົກສິ້ນເເລ້ວ ມີກຳເນີດສັດເດຣັດສານ ສິ້ນເເລ້ວ
ມີເປດວິໄສສິ້ນເເລ້ວ ມີອະບາຍ ທຸຄະຕິ ວິນິບາດສິ້ນເເລ້ວ ເຮົາເປັນ
ຜູ້ເຖິງເເລ້ວເຊິ່ງກະເເສ(ເເຫ່ງນິບພານ) ມີອັນບໍ່ຕົກຕຳ່ ເປັນທຳມະດາ
ເປັນຜູ້ທ່ຽງແທ້ທີ່ຈະຕຣັດສະຮູ້ໃນພາຍໜ້າ” ດັ່ງນີ້.
ໝາຍເຫດຜູ້ລວບລວມ: ຍັງມີສູດອີກສູດໜຶ່ງຂໍ້ຄວາມຢ່າງດຽວກັນ
ກັບສູດນີ້ຜິດກັນເເຕ່ພຽງກ່າວເເກ່ພິກຂຸທັງຫຼາຍເເທນທີ່ຈະກ່າວກັບ
ອານາຖະບິນທິກະຄະຫະບໍດີ, ຄື ສູດທີ່ 2 ເເຫ່ງຄະຫະປະຕິວະຣາດ
ອະພິສະໄໝສັງຢຸດ ນິທານະ.ສໍ.16/85/156. ເເລະ ຍັງມີສຸດໜຶ່ງ
(ເວດສູດທີ່ 2 ອຸປາສະວະຣັດ ທສກ.ອໍ. 24/195/92.) ມີເຄົ້າໂຄງ
ເເລະ ໃຈຄວາມຂອງສູດຄືກັນກັບສູດທາງເທິງນັ້ນ ຕ່າງກັນເເຕ່ໃນ
ສູດນັ້ນມີຄໍາວ່າ “ ຍ່ອມພິຈາລະນາເຫັນ ໂດຍແຈ່ມແຈ້ງ ” ເເທນ
ຄໍາວ່າ: “ ຍ່ອມໄຄ່ຄວນໄວ້ໃນໃຈໂດຍລະອຽດ ເຖິງ ປະຕິຈຈະສະມຸບ
ບາດ ເປັນຢ່າງດີ ” ໃນສູດທາງເທິງນີ້ເທົ່ານັ້ນ.








