ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
143
ດູຣາພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມກ່າວໄພນີ້
ວ່າ ເປັນໄພທີ່ມານດາ ເເລະບຸດຊ່ວຍກັນບໍ່ໄດ້ ຢ່າງທີ່ສອງ.
ດູຣາພິກຂຸທັງຫຼາຍ ! ຂໍ້ອື່ນຍັງມີອີກຄື: ມີສະໄໝທີ່ມີໄພ ຄື ການ
ກໍາເລີບ(ຂອງໂຈນກະບົດ)ມາຈາກປ່າ ປະຊາຊົນຂຶ້ນຍານມີລໍ້ໜີກະ
ເເຈກກະຈາຍໄປ. ເມື່ອໄພຢ່າງນີ້ເກີດຂຶ້ນ ສະໄໝນັ້ນ ມານດາບໍ່ໄດ້
ບຸດ(ເປັນຜູ້ຊ່ວຍເຫຼືອອັນໃດໄດ້), ບຸດກໍບໍ່ໄດ້ມານດາ(ເປັນຜູ້ຊ່ວຍ
ເຫຼືອອັນໃດໄດ້).
ດູຣາພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມກ່າວໄພນີ້
ວ່າເປັນໄພທີ່ມານດາ ເເລະບຸດຊ່ວຍກັນບໍ່ໄດ້ ຢ່າງທີ່ສາມ.
ດູຣາພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມກ່າວໄພທີ່
ມານດາ ເເລະ ບຸດຊ່ວຍກັນບໍ່ໄດ້ ວ່າມີຢູ່ 3 ຢ່າງເຫຼົ່ານີ້.
ດູຣາພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມກ່າວໄພທີ່
ມານດາ ເເລະ ບຸດຊ່ວຍກັນໄດ້ເເທ້ໆ 3 ຢ່າງນີ້ວ່າ ເປັນໄພທີ່ມານດາ
ເເລະ ບຸດຊ່ວຍກັນບໍ່ໄດ້ໄປເສຍ.
ດູຣາພິກຂຸທັງຫຼາຍ ! ໄພ 3 ຢ່າງທີ່ມານດາ ເເລະ ບຸດຊ່ວຍກັນໄດ້
ນັ້ນ ເປັນຢ່າງໃດໜໍ ?
ສາມຢ່າງຄື ສະໄໝທີ່ໄຟໄໝ້ໃຫຍ່ ເປັນຢ່າງທີໜຶ່ງ, ສະໄໝທີ່ນໍ້າ
ຖ້ວມໃຫຍ່ ເປັນຢ່າງທີ່ສອງ, ສະໄໝທີ່ໜີໂຈນ ເປັນຢ່າງທີ່ສາມ;
ຢ່າງນີ້ບາງຄັ້ງມານດາ ເເລະ ບຸດກໍຊ່ວຍກັນເເລະກັນໄດ້ ເເຕ່ປຸຖຸຊົນ
ຜູ້ບໍ່ມີການສະດັບຟັງ ມາກ່າວວ່າເປັນໄພທີ່ມານດາ ເເລະ ບຸດຊ່ວຍ
ກັນບໍ່ໄດ້ໄປເສຍທັງໝົດ.
ດູຣາພິກຂຸທັງຫຼາຍ ! ໄພທີ່ມານດາ ເເລະບຸດຊ່ວຍກັນບໍ່ໄດ້(ໂດຍ
ເເທ້ຈິງ) 3 ຢ່າງເຫົ່ຼານີ້ ມີຢູ່ 3 ຢ່າງຄື:








