ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

144

1. ໄພເກີດຈາກຄວາມເເກ່

2. ໄພເກີດຈາກຄວາມເຈັບ

3. ໄພເກີດຈາກຄວາມຕາຍ

ດູຣາພິກຂຸທັງຫຼາຍ ! ມານດາບໍ່ໄດ້ຕາມປາຖະໜາກັບບຸດຜູ້ເເກ່ຢູ່

ຢ່າງນີ້ວ່າ ເຮົາເເກ່ເອງເທີ້ນ ບຸດຂອງເຮົາຢ່າເເກ່ເລີຍ ຫືຼ ບຸດກໍບໍ່ໄດ້

ຕາມປາຖະໜາກັບມານດາຜູ້ເເກ່ຢູ່ຢ່າງນີ້ວ່າ ເຮົາເເກ່ເອງເທີ້ນ ມານ

ດາຢ່າໄດ້ເເກ່ເລີຍ ດັ່ງນີ້.

ມານດາບໍ່ໄດ້ຕາມປາຖະໜາວ່າ ເຮົາເຈັບໄຂ້ເອງເທີ້ນ ບຸດຂອງເຮົາ

ຢ່າເຈັບໄຂ້ເລີຍ ຫຼື ບຸດກໍບໍ່ໄດ້ຕາມປາຖະໜາວ່າ ເຮົາເຈັບໄຂ້ເອງ

ເທີ້ນ ມານດາຢ່າເຈັບໄຂ້ເລີຍ.

ມານດາບໍ່ໄດ້ຕາມປາຖະໜາວ່າ ເຮົາຕາຍເອງເທີ້ນ ບຸດຂອງເຮົາຢ່າ

ຕາຍເລີຍ ຫຼື ບຸດກໍບໍ່ໄດ້ຕາມປາຖະໜາວ່າ ເຮົາຕາຍເອງເທີ້ນມານ

ດາຢ່າຕາຍເລີຍ ດັ່ງນີ້.

ດູຣາພິກຂຸທັງຫຼາຍ ! ເຫຼົ່ານີ້ເເລ ເປັນໄພທີ່ມານດາ ເເລະ ບຸດຊ່ວຍ

ກັນບໍ່ໄດ້ 3 ຢ່າງ.

ດູຣາພິກຂຸທັງຫຼາຍ ! ຫົນທາງມີຢູ່ ປະຕິປະທາມີຢູ່ (ທາງສາຍກາງ)

ຍ່ອມເປັນໄປເພື່ອເລີກລະ ກ້າວຂ້າມພົ້ນເສຍເຊິ່ງໄພທັງທີ່ເປັນໄພທີ່

ມານດາ ເເລະ ບຸດຊ່ວຍກັນໄດ້, ເເລະ ໄພທີ່ມານດາ ເເລະ ບຸດຊ່ວຍ

ກັນບໍ່ໄດ້ ຢ່າງລະສາມໆ ເຫຼົ່ານັ້ນ.

ດູຣາພິກຂຸທັງຫຼາຍ ! ຫົນທາງ ຫຼືປະຕິປະທານັ້ນເປັນຢ່າງໃດໜໍ ?

ນັ້ນຄື ຫົນທາງປະຕິບັດອັນປະເສີດ 8 ຢ່າງ(ອະຣິຍະມັກມີອົງເເປດ)

ນັ້ນເອງໄດ້ເເກ່:

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ