ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

142

ໄພທີ່ມານດາ ແລະບຸດກໍຊ່ວຍເຫຼືອກັນບໍ່ໄດ້ | 45

ບາລີ ຕິກ. ອັງ. 20/228-231/502.

ດູຣາພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ

ຍ່ອມກ່າວໄພທີ່ ມານດາ ເເລະ ບຸດຊ່ວຍກັນບໍ່ໄດ້ວ່າມີຢູ່ 3 ຢ່າງຄື:

ມີສະໄໝທີ່ໄຟໄໝ້ໃຫຍ່ເກີດຂຶ້ນ ໄໝ້ໝູ່ບ້ານ ໄໝ້ນິຄົມ ໄໝ້ນະ

ຄອນ. ໃນສະໄໝນັ້ນມານດາບໍ່ໄດ້ບຸດ(ເປັນຜູ້ຊ່ວຍເຫຼືອອັນໃດໄດ້),

ບຸດກໍບໍ່ໄດ້ມານດາ(ເປັນຜູ້ຊ່ວຍເຫຼືອອັນໃດໄດ້).

ດູຣາພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມກ່າວໄພນີ້

ວ່າ ເປັນໄພທີ່ມານດາ ເເລະ ບຸດຊ່ວຍກັນບໍ່ໄດ້ ຢ່າງທີ່ໜຶ່ງ.

ດູຣາພິກຂຸທັງຫຼາຍ ! ຂໍ້ອື່ນຍັງມີອີກ ຄືມີສະໄໝທີ່ມະຫາເມຄາຕັ້ງ

ຂຶ້ນ ເກີດນໍ້າຖ້ວມໃຫຍ່ ໄຫຼພັດໄປທັງໝູ່ບ້ານ ທັງນິຄົມ ທັງນະ

ຄອນ. ສະໄໝນັ້ນ ມານດາບໍ່ໄດ້ບຸດ(ເປັນຜູ້ຊ່ວຍເຫຼືອອັນໃດໄດ້),

ບຸດ ກໍບໍ່ໄດ້ມານດາ(ເປັນຜູ້ຊ່ວຍເຫຼືອອັນໃດໄດ້).

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ