ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
141
ອີກປະການໜຶ່ງ ພິກຂຸຜູ້ຢູ່ປ່າ ຍ່ອມພິຈາລະນາເຫັນ ດັ່ງນີ້ວ່າ ບັດນີ້
ເຮົາຢູ່ໃນປ່າຜູ້ດຽວ ເມື່ອເຮົາຢູ່ໃນປ່າຜູ້ດຽວ ເຮົາອາດພົບຄົນຮ້າຍຜູ້
ມີກໍາອັນເຮັດເເລ້ວ ຫຼື ມີກໍາຍັງບໍ່ໄດ້ເຮັດ ຄົນຮ້າຍເຫຼົ່ານັ້ນ ອາດປົງ
ຊີວິດເຮົາ ເພາະການປົງຊີວິດນັ້ນ ເຮົາອາດທັມກາລະ ອາດມີອັນຕະ
ລາຍເເກ່ເຮົາ ສະນັ້ນ ເຮົາຈະປາຣົບ ຄວາມພຽນ. ພິກຂຸຜູ້ຢູ່ປ່າເຫັນ
ໄພໃນອະນາຄົດຂໍ້ທີ 4 ນີ້, ຄວນເປັນຜູ້ບໍ່ປະໝາດ ມີຄວາມພຽນ
ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້
ບັນລຸ ເພື່ອເຮັດໃຫ້ເເຈ້ງ ທັມທີ່ຍັງບໍ່ໄດ້ເຮັດໃຫ້ເເຈ້ງ.
ອີກປະການໜຶ່ງ ພິກຂຸຜູ້ຢູ່ປ່າ ຍ່ອມພິຈາລະນາເຫັນດັ່ງນີ້ວ່າ ບັດນີ້
ເຮົາຢູ່ ໃນປ່າຜູ້ດຽວ ເມື່ອເຮົາຢູ່ໃນປ່າຜູ້ດຽວ ໃນປ່າຍ່ອມມີພວກ
ອະມະນຸດດຸຮ້າຍ ອະມະນຸດນັ້ນອາດປົງຊີວິດເຮົາ ເພາະການປົງຊີ
ວິດນັ້ນ ເຮົາອາດທຳກາລະ ອາດມີອັນຕະລາຍເເກ່ເຮົາ ສະນັ້ນເຮົາ
ຈະປາຣົບຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງ
ບໍ່ໄດ້ບັນລຸ ເພື່ອເຮັດໃຫ້ເເຈ້ງທັມທີ່ຍັງບໍ່ໄດ້ເຮັດໃຫ້ເເຈ້ງ.
ດູຣາພິກຂຸທັງຫຼາຍ ! ພິກຂຸຜູ້ຢູ່ປ່າເຫັນໄພໃນອະນາຄົດ 5 ປະການ
ນີ້ ຄວນເປັນຜູ້ບໍ່ປະໝາດ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງ
ທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອເຮັດໃຫ້ເເຈ້ງ
ທັມທີ່ຍັງບໍ່ໄດ້ເຮັດໃຫ້ເເຈ້ງ ດັ່ງນີ້ເເລ.








