ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

140

ດູຣາພິກຂຸທັງຫຼາຍ ! ພິກຂຸຜູ້ຢູ່ປ່າ ເຫັນໄພໃນອະນາຄົດຂໍ້ທີ 1 ນີ້,

ຄວນເປັນຜູ້ບໍ່ປະໝາດ ມີຄວາມ ພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມ

ທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງ ບໍ່ໄດ້ບັນລຸ ເພື່ອເຮັດໃຫ້ເເຈ້ງທັມທີ່

ຍັງບໍ່ໄດ້ເຮັດໃຫ້ເເຈ້ງ.

ອີກປະການໜຶ່ງ ພິກຂຸຜູ້ຢູ່ປ່າ ຍ່ອມພິຈາລະນາເຫັນດັ່ງນີ້ວ່າ ບັດນີ້

ເຮົາຢູ່ໃນປ່າຜູ້ດຽວ ເມື່ອເຮົາຢູ່ໃນປ່າຜູ້ດຽວ ອາດພະລາດລົ້ມລົງ

ພັດຕາຫານທີ່ສັນເເລ້ວບໍ່ຍ່ອຍ ບີຂອງເຮົາອາດກໍາເລີບ ເສມຫະອາດ

ກໍາເລີບ ຫຼື ລົມມີພິດເໝືອນດັ່ງສາດຕຣາ ອາດກໍາເລີບ ເພາະເຫດ

ນັ້ນໆ ເຮົາອາດທຳກາລະ ອາດມີອັນຕະລາຍເເກ່ເຮົາ ສະນັ້ນ ເຮົາຈະ

ປາຣົບຄວາມພຽນ. ພິກຂຸຜູ້ຢູ່ປ່າເຫັນໄພໃນອະນາຄົດຂໍ້ທີ 2 ນີ້,

ຄວນເປັນຜູ້ບໍ່ປະໝາດ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມ

ທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອເຮັດໃຫ້ເເຈ້ງທັມທີ່

ຍັງບໍ່ໄດ້ເຮັດໃຫ້ເເຈ້ງ.

ອີກປະການໜຶ່ງ ພິກຂຸຜູ້ຢູ່ປ່າ ຍ່ອມພິຈາລະນາເຫັນ ດັ່ງນີ້ວ່າ ບັດນີ້

ເຮົາຢູ່ໃນປ່າຜູ້ດຽວ ເມື່ອເຮົາຢູ່ໃນປ່າຜູ້ດຽວ ອາດພົບສັດຮ້າຍ ຄື

ສີຫະ ເສືອໂຄ່ງ ເສືອເຫຼືອງ ໝີ ຫຼືເສືອດາວ ສັດເຫຼົ່ານັ້ນ ອາດທຳ

ຮ້າຍເຮົາເຖິງຕາຍ ເພາະການທັມຮ້າຍນັ້ນ ເຮົາອາດທຳກາລະ ອາດມີ

ອັນຕະລາຍເເກ່ເຮົາ ສະນັ້ນເຮົາຈະປາຣົບຄວາມພຽນ. ພິກຂຸຜູ້ຢູ່ປ່າ

ເຫັນໄພໃນອະນາຄົດຂໍ້ທີ 3 ນີ້, ຄວນເປັນຜູ້ບໍ່ປະໝາດມີຄວາມ

ພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມ ທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງ

ບໍ່ໄດ້ບັນລຸ ເພື່ອເຮັດໃຫ້ເເຈ້ງທັມ ທີ່ຍັງບໍ່ໄດ້ເຮັດໃຫ້ເເຈ້ງ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ