ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

139

ໄພອະນາຄົດ 5 ປະການ ( ໄນຍະທີ 2 ) | 44

ສະບັບຫຼວງ 22/86/77.

ດູຣາພິກຂຸທັງຫຼາຍ ! ພິກຂຸຜູ້ຢູ່ປ່າເຫັນໄພໃນອະນາຄົດ 5 ປະການ

ນີ້ຄວນເປັນຜູ້ບໍ່ປະໝາດ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງ

ທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອເຮັດໃຫ້ເເຈ້ງ

ທັມທີ່ຍັງບໍ່ໄດ້ເຮັດໃຫ້ເເຈ້ງ.

ໄພ 5 ປະການນັ້ນຄືຢ່າງໃດ ? ຄື:

ພິກຂຸຜູ້ຢູ່ປ່າໃນທັມວິນັຍນີ້ ຍ່ອມພິຈາລະນາເຫັນດັ່ງນີ້ວ່າ ບັດນີ້

ເຮົາຢູ່ໃນປ່າຜູ້ດຽວ ງູອາດກັດເຮົາ ແມງງອດ ອາດຕອດເຮົາ ຫຼື ຂີ້

ເຂັບອາດກັດເຮົາ ເພາະການກັດຕອດເເຫ່ງສັດເຫຼົ່ານັ້ນ ເຮົາອາດທັມ

ກາລະອາດມີອັນຕະລາຍເເກ່ເຮົາ ສະນັ້ນເຮົາຈະປາຣົບຄວາມພຽນ

ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອເຮັດໃຫ້

ເເຈ້ງທັມທີ່ຍັງບໍ່ໄດ້ເຮັດໃຫ້ເເຈ້ງ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ