ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

136

ສະເເຫວງຫາບິນທະບາດ; ເເຕ່ຈະມີຈັກຄາວໜຶ່ງທີ່ພິກສາຫາ

ຍາກ ເຂົ້າກ້າເສຍຫາຍ ບິນທະຫາໄດ້ຍາກ ບໍ່ເປັນການສະດວກ

ທີ່ຈະຍັງຊີວິດໃຫ້ເປັນໄປ ດ້ວຍຄວາມພະຍາຍາມສະເເຫວງຫາ

ບິນທະບາດ, ເມື່ອພິກສາຫາຍາກ ທີ່ໃດພິກສາຫາງ່າຍຄົນທັງ

ຫຼາຍກໍອົບພະຍົບກັນໄປທີ່ນັ້ນ ເມື່ອເປັນເຊັ່ນນັ້ນຄວາມຢູ່ຄຸກຄີ

ປະປົນກັນໃນໝູ່ຄົນ ກໍຈະມີຂຶ້ນ, ເມື່ອມີການຄຸກຄີປະປົນກັນ

ໃນໝູ່ຄົນ ຈະມະນະສິ ການເຖິງຄໍາສອນຂອງທ່ານຜູ້ຮູ້ທັງຫຼາຍ

ນັ້ນບໍ່ໄດ້ສະດວກເລີຍ ເເລະ ຈະເສບເສນາສະນະອັນງຽບສະງັດ

ເຊິ່ງເປັນປ່າຕຶບ ກໍບໍ່ເຮັດໄດ້ງ່າຍໆເລີຍ. ກ່ອນເເຕ່ສິ່ງອັນບໍ່ເປັນທີ່

ຕ້ອງການ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈນັ້ນ ຈະມາເຖິງເຮົາ, ເຮົາຈະ

ຟ້າວກະທຳ ຄວາມພຽນ ເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່

ຍັງບໍ່ບັນລຸ ເພື່ອເຮັດໃຫ້ເເຈ້ງໃນສິ່ງທີ່ຍັງບໍ່ເຮັດໃຫ້ເເຈ້ງເສຍ

ໂດຍໄວ ເຊິ່ງເປັນສິ່ງທີ່ເຮັດໃຫ້ຜູ້ເຖິງເເລ້ວ ຈັກເປັນຜູ້ຢູ່ຜາສຸກ

ເເມ່ນໃນຄາວທີ່ເກີດທຸບພິກຂະໄພດັ່ງນີ້.

(4) ດູຣາພິກຂຸທັງຫຼາຍ ! ຂໍ້ອື່ນຍັງມີອີກ ພິກຂຸພິຈາລະນາເຫັນເເຈ່ມ

ເເຈ້ງວ່າ ບັດນີ້ຄົນທັງຫຼາຍສະມັກສະໝານຊື່ນບານຕໍ່ກັນ ບໍ່ວິ

ວາດກັນ ເຂົ້າກັນໄດ້ເໝືອນກັບນົມປະສົມກັບນໍ້າ ເບິ່ງກັນດ້ວຍ

ສາຍຕາເເຫ່ງຄວາມຮັກໃຄ່ກັນເປັນຢູ່; ເເຕ່ຈະມີຈັກຄາວໜຶ່ງທີ່

ໄພ ຄື ໂຈນປ່າກໍາເລີບ, ຊາວຊົນນະບົດ ຜູ້ຂຶ້ນຢູ່ໃນ ອານາຈັກກໍ

ເເຕກກະຈັດກະຈາຍເເຍກຍ້າຍກັນໄປ, ເມື່ອມີໄພ ເຊັ່ນນີ້ທີ່ໃດ

ປອດໄພ ຄົນທັງຫຼາຍ ກໍອົບພະຍົບກັນໄປທີ່ນັ້ນ, ເມື່ອເປັນເຊັ່ນ

ນັ້ນ ຄວາມຢູ່ຄຸກຄີປະປົນກັນໃນໝູ່ຄົນ ກໍຈະມີຂຶ້ນເມື່ອມີການ

ຢູ່ຄຸກຄີປະປົນກັນໃນໝູ່ຄົນ ຈະມະນະສິການເຖິງຄໍາສອນຂອງ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ