ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

135

ຫຼາຍນັ້ນ ບໍ່ເຮັດໄດ້ສະດວກເລີຍ ເເລະ ຈະເສບເສນາສະນະອັນ

ງຽບສະງັດ ເຊິ່ງເປັນປ່າຕຶບ ບໍ່ໄດ້ງ່າຍໆເລີຍ. ກ່ອນເເຕ່ສິ່ງອັນບໍ່

ເປັນທີ່ຕ້ອງການ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ (ຄື ຄວາມແກ່ ເຖົ້າ)

ນັ້ນຈະມາເຖິງເຮົາ ເຮົາຈະຟ້າວ ກະທຳຄວາມພຽນເພື່ອເຖິງສິ່ງ

ທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸເພື່ອເຮັດໃຫ້ເເຈ້ງ ໃນສິ່ງ

ທີ່ຍັງບໍ່ເຮັດໃຫ້ເເຈ້ງເສຍໂດຍໄວ ເຊິ່ງເປັນສິ່ງທີ່ເຮັດໃຫ້ຜູ້ເຖິງ

ເເລ້ວ ເເມ່ນຈະເເກ່ເຖົ້າກໍຈັກເປັນຜູ້ຢູ່ຜາສຸກ ດັ່ງນີ້.

(2) ດູຣາພິກຂຸທັງຫຼາຍ ! ຂໍ້ອື່ນຍັງມີອີກ ພິກຂຸພິຈາລະນາເຫັນເເຈ່ມ

ເເຈ້ງວ່າ ບັດນີ້ເຮົາມີອາພາດໜ້ອຍ ມີໂຣຄພະຍາດໜ້ອຍ ມີໄຟ

ທາດໃຫ້ຄວາມອົບອຸ່ນສະໝໍ່າສະເໝີ ບໍ່ເຢັນຫຼາຍ ບໍ່ຮ້ອນ ຫຼາຍ

ພໍປານກາງ ຄວນເເກ່ການເຮັດຄວາມພຽນ; ເເຕ່ຈະມີຈັກຄາວ

ໜຶ່ງທີ່ຄວາມເຈັບໄຂ້ຈະມາເຖິງຮ່າງກາຍນີ້, ກໍ່ຄົນທີ່ເຈັບໄຂ້ ຖືກ

ພະຍາດຄອບງໍາເເລ້ວ ຈະມະນະສິການເຖິງຄໍາສອນຂອງທ່ານຜູ້

ຮູ້ທັງຫຼາຍນັ້ນ ບໍ່ໄດ້ສະດວກເລີຍ ເເລະ ຈະເສບເສນາສະນະອັນ

ງຽບສະງັດເຊິ່ງເປັນປ່າຕຶບ ກໍບໍ່ເຮັດໄດ້ ງ່າຍໆເລີຍ. ກ່ອນເເຕ່ສິ່ງ

ອັນບໍ່ເປັນທີ່ຕ້ອງການ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈນັ້ນຈະມາເຖິງ

ເຮົາ, ເຮົາຈະຟ້າວກະທຳຄວາມພຽນ ເພື່ອເຖິງສິ່ງທີ່ຍັງບໍ່ເຖິງ

ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ເເຈ້ງໃນສິ່ງທີ່ຍັງບໍ່ເຮັດ

ໃຫ້ເເຈ້ງເສຍໂດຍໄວ ເຊິ່ງເປັນສິ່ງ ທີ່ເຮັດໃຫ້ຜູ້ເຖິງເເລ້ວເເມ່ນ

ຈະເຈັບໄຂ້ກໍຈັກເປັນຜູ້ຢູ່ຜາສຸກ ດັ່ງນີ້.

(3) ດູຣາພິກຂຸທັງຫຼາຍ ! ຂໍ້ອື່ນຍັງມີອີກ ພິກຂຸພິຈາລະນາເຫັນເເຈ່ມ

ເເຈ້ງວ່າບັດນີ້ເຂົ້າກ້າງາມດີ ບິນທະ(ກ້ອນເຂົ້າ)ຫາໄດ້ງ່າຍ ເປັນ

ການສະດວກທີ່ຈະຍັງຊີວິດໃຫ້ເປັນໄປດ້ວຍຄວາມພະຍາຍາມ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ