ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

137

ທ່ານຜູ້ຮູ້ທັງຫຼາຍນັ້ນ ບໍ່ໄດ້ສະດວກເລີຍ ເເລະ ຈະເສບເສນາສະ

ນະອັນ ງຽບສະງັດ ເຊິ່ງເປັນປ່າຕຶບ ກໍບໍ່ໄດ້ງ່າຍໆເລີຍ. ກ່ອນເເຕ່

ສິ່ງອັນບໍ່ເປັນທີ່ຕ້ອງການ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈນັ້ນ ຈະມາ

ເຖິງເຮົາ, ເຮົາຈະຟ້າວກະທຳຄວາມພຽນ ເພື່ອເຖິງສິ່ງ ທີ່ຍັງບໍ່

ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ເເຈ້ງ ໃນສິ່ງທີ່ຍັງບໍ່

ເຮັດໃຫ້ເເຈ້ງເສຍໂດຍໄວ ເຊິ່ງເປັນສິ່ງທີ່ ເຮັດໃຫ້ຜູ້ເຖິງເເລ້ວ

ຈັກເປັນຜູ້ຢູ່ຜາສຸກ ເເມ່ນໃນຄາວທີ່ ເກີດໂຈຣະໄພ (ໄພຈາກ

ໂຈນ) ດັ່ງນີ້.

(5) ດູຣາພິກຂຸທັງຫຼາຍ ! ຂໍ້ອື່ນຍັງມີອີກ ພິກຂຸພິຈາລະນາເຫັນ

ເເຈ່ມເເຈ້ງວ່າ ບັດນີ້ສົງສາມັກຄີປອງດອງກັນ ບໍ່ວິວາດກັນ ມີອຸ

ເທດດຽວກັນ ຢູ່ເປັນຜາສຸກ; ເເຕ່ຈະມີຈັກຄາວໜຶ່ງທີ່ສົງເເຕກ

ກັນ, ເມື່ອສົງແຕກກັນເເລ້ວ ຈະມະນະສິການເຖິງຄໍາສອນຂອງ

ທ່ານຜູ້ຮູ້ທັງຫຼາຍນັ້ນ ບໍ່ເຮັດໄດ້ສະດວກເລີຍ ເເລະ ຈະເສບເສ

ນາສະນະອັນງຽບສະງັດເຊິ່ງເປັນປ່າຕຶບ ກໍບໍ່ໄດ້ງ່າຍໆເລີຍ. ກ່ອນ

ເເຕ່ສິ່ງອັນບໍ່ເປັນທີ່ຕ້ອງການ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈນັ້ນ ຈະ

ມາເຖິງເຮົາ, ເຮົາຈະຟ້າວກະທຳຄວາມພຽນເພື່ອເຖິງສິ່ງທີ່ຍັງບໍ່

ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ເເຈ້ງໃນສິ່ງທີ່ຍັງບໍ່

ເຮັດໃຫ້ເເຈ້ງເສຍໂດຍໄວ ເຊິ່ງເປັນສິ່ງ ທີ່ເຮັດໃຫ້ຜູ້ເຖິງເເລ້ວ

ຈັກເປັນຜູ້ຢູ່ຜາສຸກ ເເມ່ນໃນຄາວ ເມື່ອສົງເເຕກກັນ ດັ່ງນີ້.

ດູຣາພິກຂຸທັງຫຼາຍ ! ໄພໃນອະນາຄົດ 5 ປະການເຫຼົ່ານີ້ເເລ ເຊິ່ງ

ພິກຂຸຜູ້ເບິ່ງເຫັນຢູ່ ຄວນເເທ້ທີ່ຈະເປັນຜູ້ບໍ່ປະໝາດ ມີຄວາມພຽນ

ເຜົາກິເລດ ມີຕົນສົ່ງໄປເເລ້ວໃນການເຮັດເຊັ່ນນັ້ນຢູ່ຕະຫຼອດໄປເພື່ອ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ