ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
130
ຄະຫະບໍດີບຸດ ! ເຫຼົ່ານີ້ແລຄື: ໂທດ 6 ປະການໃນການທ່ຽວໄປ ໃນ
ທີ່ຊຸມນຸມແຫ່ງຄວາມເມົາ.
ຄະຫະບໍດີບຸດ ! ໂທດໃນການປະກອບເນື່ອງໆເຊິ່ງການພະນັນອັນ
ເປັນທີ່ຕັ້ງແຫ່ງຄວາມປະໝາດ ມີ 6 ປະການຄື:
1. ຜູ້ຊະນະຍ່ອມກໍ່ເວນ,
2. ຜູ້ພ່າຍແພ້ຍ່ອມເສຍດາຍຊັບທີ່ເສຍໄປ,
3. ຍ່ອມເສື່ອມຊັບໃນປັດຈຸບັນ,
4. ຖ້ອຍຄໍາຂອງຄົນຫຼິ້ນການພະນັນເຊິ່ງໄປເວົ້າໃນທີ່ປະຊຸມຟັງ
ບໍ່ຂຶ້ນ,
5. ຖືກມິດອາມາດໝິ່ນປະໝາດ,
6. ບໍ່ມີໃຜປະສົງຈະແຕ່ງງານນໍາ ເພາະເຫັນວ່າຊາຍນັກເລງຫຼິ້ນ
ການພະນັນ ບໍ່ສາມາດລ້ຽງພັນລະຍາໄດ້.
ຄະຫະບໍດີບຸດ ! ເຫຼົ່ານີ້ແລ ຄື: ໂທດ 6 ປະການໃນການປະກອບ
ເນື່ອງໆເຊິ່ງການພະນັນອັນເປັນທີ່ຕັ້ງແຫ່ງຄວາມປະໝາດ.
ຄະຫະບໍດີບຸດ ! ໂທດໃນການປະກອບເນື່ອງໆເຊິ່ງການຄົບຄົນຊົ່ວ
ເປັນມິດມີ 6 ປະການຄື:
1. ນໍາໃຫ້ເປັນນັກເລງການພະນັນ,
2. ນໍາໃຫ້ເປັນນັກເລງເຈົ້າຊູ້,
3. ນໍາໃຫ້ເປັນນັກເລງເຫຼົ້າ,
4. ນໍາໃຫ້ເປັນຄົນລວງຜູ້ອື່ນດ້ວຍຂອງປອມ,
5. ນໍາໃຫ້ເປັນຄົນໂກງເຂົາເຊິ່ງໜ້າ,
6. ນໍາໃຫ້ເປັນຄົນຫົວດື້(ເເຂງກະດ້າງ).








