ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
131
ຄະຫະບໍດີບຸດ ! ເຫຼົ່ານີ້ແລ ຄື: ໂທດ 6 ປະການໃນການປະກອບ
ເນື່ອງໆເຊິ່ງການຄົບຄົນຊົ່ວເປັນມິດ.
ຄະຫະບໍດີບຸດ ! ໂທດໃນການປະກອບເນື່ອງໆເຊິ່ງຄວາມກຽດຄ້ານ
ມີ 6 ປະການຄື:
1. ມັກອ້າງວ່າ ໜາວຫຼາຍ ແລ້ວບໍ່ເຮັດວຽກ,
2. ມັກອ້າງວ່າ ຮ້ອນຫຼາຍ ແລ້ວບໍ່ເຮັດວຽກ,
3. ມັກອ້າງວ່າ ເວລາຄ່ຳແລ້ວ ແລ້ວບໍ່ເຮັດວຽກ,
4. ມັກອ້າງວ່າ ຍັງເຊົ້າຢູ່ ແລ້ວບໍ່ເຮັດວຽກ,
5. ມັກອ້າງວ່າ ຫິວຫຼາຍ ແລ້ວບໍ່ເຮັດວຽກ,
6. ມັກອ້າງວ່າ ກະຫາຍຫຼາຍ ແລ້ວບໍ່ເຮັດວຽກ.
ເມື່ອເຂົາຫຼາຍໄປດ້ວຍການອ້າງ ຜັດຜ່ອນການງານຢູ່ຢ່າງນີ້ ໂພຄະ
ຊັບທີ່ຍັງບໍ່ເກີດກໍ່ຈະບໍ່ເກີດຂຶ້ນ ທີ່ເກີດຂຶ້ນແລ້ວກໍ່ເຖິງຄວາມ ສິ້ນໄປ
ຄະຫະບໍດີບຸດ ! ເຫຼົ່ານີ້ແລ ໂທດ 6 ປະການໃນການປະກອບເນື່ອງໆ
ເຊິ່ງຄວາມກຽດຄ້ານ.








