ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
129
ຄະຫະບໍດີບຸດ ! ເຫຼົ່ານີ້ແລຄື: ໂທດ 6 ປະການໃນການປະກອບ
ເນື່ອງໆເຊິ່ງການດື່ມນໍ້າເມົາຄື: ສຸຣາ ແລະ ເມໄຣອັນເປັນຕັ້ງແຫ່ງ
ຄວາມປະໝາດ.
ຄະຫະບໍດີບຸດ ! ໂທດໃນການປະກອບເນື່ອງໆ ເຊິ່ງການທ່ຽວໄປ
ໃນຮ່ອມຕ່າງໆໃນເວລາກາງຄືນມີ 6 ປະການ ຄື:
1. ຜູ້ນັ້ນຊື່ວ່າບໍ່ຄຸ້ມຄອງ ບໍ່ຮັກສາຕົນ,
2. ຜູ້ນັ້ນຊື່ວ່າບໍ່ຄຸ້ມຄອງ ບໍ່ຮັກສາບຸດພັນລະຍາ,
3. ຜູ້ນັ້ນຊື່ວ່າບໍ່ຄຸ້ມຄອງ ບໍ່ຮັກສາຊັບສົມບັດ,
4. ຜູ້ນັ້ນຊື່ວ່າເປັນທີ່ລະແວງຂອງຄົນອື່ນ,
5.ຄໍາເວົ້າອັນບໍ່ເປັນຄວາມຈິງໃນທີ່ນັ້ນໆ
ຍ່ອມປາກົດແກ່ຜູ້ນັ້ນ,
6. ເຫດແຫ່ງທຸກເປັນອັນຫຼາຍ
ຍ່ອມແວດລ້ອມຜູ້ນັ້ນ.
ຄະຫະບໍດີບຸດ ! ເຫຼົ່ານີ້ແລ ຄື: ໂທດ 6 ປະການໃນການປະກອບ
ເນື່ອງໆເຊິ່ງການທ່ຽວໄປໃນຮ່ອມຕ່າງໆໃນເວລາກາງຄືນ.
ຄະຫະບໍດີບຸດ ! ໂທດໃນການທ່ຽວໄປໃນທີ່ຊຸມນຸມແຫ່ງຄວາມ
ເມົາມີ 6 ປະການຄື:
1. ລໍາບ່ອນໃດໄປບ່ອນນັ້ນ,
2. ຂັບຮ້ອງບ່ອນໃດໄປບ່ອນນັ້ນ,
3. ປະໂຄມບ່ອນໃດໄປບ່ອນນັ້ນ,
4. ເສບບ່ອນໃດໄປບ່ອນນັ້ນ,
5. ເພງບ່ອນໃດໄປບ່ອນນັ້ນ,
6. ມ່ວນຊື່ນບ່ອນໃດໄປບ່ອນນັ້ນ.








