ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
115
ເປັນຜູ້ລະກຳອັນບໍ່ແມ່ນພົມມະຈັນ ປະພຶດພົມມະຈັນ ໂດຍປົກກະຕິ
ປະພຶດຫ່າງໄກ ເວັ້ນຂາດຈາກການເສບເມຖູນ ອັນເປັນຂອງຊາວ
ບ້ານ; ເເມ່ນນີ້ກໍເປັນສີນຂອງທ່ານປະການໜຶ່ງ.
ເປັນຜູ້ລະມຸສາວາດ ເວັ້ນຂາດຈາກມຸສາວາດ ເວົ້າແຕ່ຄວາມຈິງ ຮັກ
ສາຄວາມສັດຈິງ ໝັ້ນຄົງໃນຄຳເວົ້າ ມີຄໍາເວົ້າທີ່ຄວນເຊື່ອຖືໄດ້ ບໍ່
ເເກ້ງກ່າວໃຫ້ຜິດຕໍ່ໂລກ; ເເມ່ນນີ້ກໍເປັນສີນຂອງທ່ານ ປະການໜຶ່ງ.
ເປັນຜູ້ລະຄຳສໍ່ສຽດ ເວັ້ນຂາດຈາກຄຳສໍ່ສຽດ ໄດ້ຟັງຈາກຝ່າຍນີ້
ແລ້ວ ບໍ່ເກັບໄປບອກຝ່າຍນັ້ນ ເພື່ອໃຫ້ຝ່າຍນີ້ແຕກແຍກກັນ ຫຼື ໄດ້
ຟັງຈາກຝ່າຍນັ້ນແລ້ວ ບໍ່ນຳມາບອກແກ່ຝ່າຍນີ້ ເພື່ອໃຫ້ຝ່າຍນັ້ນ
ແຕກກັນ ແຕ່ຈະສະໝານຄົນທີ່ແຕກກັນແລ້ວ ໃຫ້ກັບພ້ອມພຽງກັນ
ອຸດໜູນຄົນທີ່ພ້ອມພຽງກັນຢູ່ ໃຫ້ພ້ອມພຽງກັນຍິ່ງຂຶ້ນ ເປັນຄົນມັກ
ໃນການພ້ອມພຽງກັນ ເປັນຄົນຍິນດີໃນການພ້ອມພຽງກັນກ່າວ
ແຕ່ວາຈາທີ່ເຮັດໃຫ້ພ້ອມພຽງກັນ; ເເມ່ນນີ້ກໍເປັນສີນຂອງທ່ານ ປະ
ການໜຶ່ງ.
ເປັນຜູ້ລະການກ່າວຄຳຫຍາບ ເວັ້ນຂາດຈາກການເວົ້າຄຳຫຍາບ
ກ່າວແຕ່ວາຈາທີ່ບໍ່ມີໂທດ ມ່ວນຫູ ເຮັດໃຫ້ເກີດຄວາມຮັກ ເປັນຄຳ
ຊູໃຈ ເປັນຄຳສຸພາບທີ່ຊາວເມືອງເຂົາເວົ້າກັນ ເປັນທີ່ຮັກທີ່ພໍໃຈຂອງ
ມະຫາຊົນ ແມ່ນນີ້ກໍເປັນສີນຂອງທ່ານ ປະການໜຶ່ງ.
ເປັນຜູ້ລະຄຳເວົ້າທີ່ບໍ່ມີປະໂຫຍດ ເວັ້ນຂາດຈາກການເວົ້າໂລເລ ກ່າວ
ແຕ່ໃນເວລາອັນສົມຄວນ ກ່າວແຕ່ຄຳຈິງເປັນປະໂຫຍດ ເປັນວິນັຍ
ກ່າວແຕ່ວາຈາມີທີ່ຕັ້ງ ມີຫຼັກຖານອ້າງອີງ ມີເວລາຈົບປະກອບດ້ວຍ
ປະໂຫຍດ ສົມຄວນແກ່ເວລາ; ເເມ່ນນີ້ກໍເປັນສີນຂອງທ່ານ ປະການ
ໜຶ່ງ.








