ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

114

ລັກສະນະຂອງພິກຂຸຜູ້ມີສີນ (ໄນຍະທີ 1) | 34

ບາລີ ສີ. ທີ. 9/83/103

ມະຫາຣາດ !

ພິກຂຸເປັນຜູ້ມີສີນສົມບູນແລ້ວ ເປັນຢ່າງໃດ ?

ມະຫາຣາດ ! ພິກຂຸທັມມະວິນັຍນີ້ ລະປານາຕິບາດ ເວັ້ນຂາດຈາກ

ປານາຕິບາດ ວາງທ່ອນໄມ້ ແລະ ສາດຕຣາແລ້ວ ມີຄວາມລະອາຍ

ເຖິງຄວາມອີດູກະຣຸນາ ຫວັງປະໂຫຍດເກື້ອກູນ ໃນບັນດາສັດທັງ

ຫຼາຍຢູ່; ເເມ່ນນີ້ກໍເປັນສີນຂອງທ່ານປະການໜຶ່ງ.

ເປັນຜູ້ລະອະທິນນາທານ ເວັ້ນຂາດຈາກອະທິນນາທານ ຖືເອົາແຕ່

ຂອງທີ່ເຂົາໃຫ້ແລ້ວ ຫວັງຢູ່ແຕ່ຂອງທີ່ເຂົາໃຫ້ ເປັນຄົນສະອາດ ບໍ່

ເປັນຄົນຂີ້ລັກ; ເເມ່ນນີ້ ກໍເປັນສີນຂອງທ່ານປະການໜຶ່ງ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ