ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
116
ລັກສະນະຂອງພິກຂຸຜູ້ມີສີນ (ໄນຍະທີ 2) | 35
- ບາລີ ສີ. ທີ. 9/84/103.
ມະຫາຣາດ ! ພິກຂຸທັມມະວິນັຍນີ້ ເປັນຜູ້ສັນອາຫານມື້ໜຶ່ງ ພຽງ
ເທື່ອດຽວ, ເວັ້ນຂາດຈາກການສັນໃນຕອນຄໍ່າ ແລະວິການ, ເປັນຜູ້
ເວັ້ນຂາດຈາກການຟ້ອນລໍາ ການຂັບຮ້ອງ ການຫຼິ້ນດົນຕຣີ ແລະ
ການເບິ່ງການຫຼິ້ນຊະນິດທີ່ເປັນຂ້າເສິກແກ່ກຸສົນ.
ເປັນຜູ້ເວັ້ນຂາດຈາກການປະດັບປະດາຄື: ການຕົບແຕ່ງຮ່າງກາຍ
ດ້ວຍມາລາຂອງຫອມ ແລະ ເຄື່ອງລູບທາ.
- ເປັນຜູ້ເວັ້ນຂາດຈາກການນອນບ່ອນທີ່ສູງໃຫຍ່,
- ເປັນຜູ້ເວັ້ນຂາດຈາກການຮັບເງິນ ແລະ ຄໍາ,
- ເປັນຜູ້ເວັ້ນຂາດຈາກການຮັບເຂົ້າເປືອກ,
- ເປັນຜູ້ເວັ້ນຂາດຈາກການຮັບຊີ້ນດິບ,
- ເປັນຜູ້ເວັ້ນຂາດຈາກການຮັບຍິງ ແລະ ເດັກຍິງ,








