ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
110
ພິກຂຸທັງຫຼາຍ ! ຖ້າພິກຂຸຈໍານົງວ່າ “ ວິໂມກເຫຼົ່າໃດ ກ່າວລ່ວງຮູບ
ເສຍແລ້ວ ເປັນທັມບໍ່ມີຮູບ ເປັນຂອງສະຫງົບ ເຮົາເພິງຖືກຕ້ອງວິ
ໂມກ ເຫຼົ່ານັ້ນດ້ວຍນາມກາຍຢູ່ເຖີດ” ດັ່ງນີ້ກໍດີ, …ໆລໆ…
ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ ເຮົາເພິງເປັນໂສດາບັນ ເພາະ
ຄວາມສີ້ນໄປແຫ່ງສັງໂຍດສາມ ເປັນຜູ້ມີອັນບໍ່ຕົກຕໍ່າ ເປັນທັມມະ
ດາ ຜູ້ທ່ຽງເເທ້ຕໍ່ພຣະນິບພານ ມີການຕຣັດສະຮູ້ ຢູ່ເບື້ອງໜ້າ” ດັ່ງນີ້
ກໍດີ, ... ໆລໆ.
ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ ເຮົາເພິງເປັນສະກະທາຄາມີ
ເພາະຄວາມສີ້ນໄປແຫ່ງສັງໂຍດສາມ ແລະ ເພາະຄວາມເບົາບາງແຫ່ງ
ຣາຄະ ໂທສະ ແລະ ໂມຫະ ເພິງມາສູ່ເທວະໂລກອີກເທື່ອດຽວ ເທົ່າ
ນັ້ນ ແລ້ວເພິງເຮັດທີ່ສຸດແຫ່ງທຸກໄດ້ ” ດັ່ງນີ້ກໍດີ, ...ໆລໆ...
ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ເຮົາເພິງເປັນໂອປະປາຕິກະ
(ພຣະອານາຄາມີ) ເພາະຄວາມສິ້ນໄປແຫ່ງສັງໂຍດເບື້ອງຕໍ່າຫ້າ ເພິງ
ປະຣິນິບພານໃນພົບນັ້ນ ບໍ່ກັບຈາກໂລກນັ້ນ ເປັນມະດາ” ດັ່ງນີ້ກໍ
ດີ, ...ໆລໆ...
ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ ເຮົາເພິງສະແດງອິທິຣິດວິທີມີ
ຢ່າງຕ່າງໆໄດ້ ” ດັ່ງນີ້ກໍດີ, ...ໆລໆ...
ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ ເຮົາເພິງມີທິບພະໂສຕະ ” ດັ່ງ
ນີ້ກໍດີ, ...ໆລໆ...
ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ ເຮົາໄຄ່ຄວນແລ້ວເພິງຮູ້ຈິດ
ຂອງສັດເຫຼົ່າອື່ນ, ຂອງບຸກຄົນເຫຼົ່າອື່ນດ້ວຍຈິດຂອງຕົນ ” ດັ່ງນີ້ກໍດີ
...ໆລໆ...








