ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

109

ບໍ່ເຫີນຫ່າງຈາກຊານ, ເປັນຜູ້ປະກອບພ້ອມດ້ວຍ ວິປັດສະນາ ແລະ

ໃຫ້ວັດແຫ່ງຜູ້ຢູ່ສູນຍາຄານທັງຫຼາຍຈະເລີນງອກງາມເຖີດ

ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ ເຮົາເພິງເປັນຜູ້ມີລາບດ້ວຍບໍຣິ

ຂານຄື: ຈີວອນ ບິນທະບາດ ເສນາສະນະ ແລະ ຢາກັບເຄື່ອງໃຊ້ໃນ

ການປິ່ນປົວພະຍາດທັງຫຼາຍ ” ດັ່ງນີ້ກໍດີ, ...ໆລໆ...

ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ ເຮົາເພິງບໍຣິໂພກ ຈີວອນບິນ

ທະບາດ ເສນາສະນະ ແລະ ຢາກັບເຄື່ອງໃຊ້ໃນການປິ່ນປົວ ພະຍາດ

ການກະເຫຼົ່ານັ້ນ ເພິງມີຜົນຫຼາຍມີອານິສົງຫຼາຍແກ່ ທາຍົກເຫຼົ່ານັ້ນ ”

ດັ່ງນີ້ກໍດີ, ...ໆລໆ...

ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ ຍາດສາຍໂລຫິດທັງຫຼາຍ ເຊິ່ງ

ຕາຍຈາກກັນໄປແລ້ວ ມີຈິດເຫຼື້ອມໃສລະນຶກເຖິງເຮົາຢູ່ ຂໍ້ນັ້ນ ຈະ

ເພິງມີຜົນຫຼາຍ ມີອານິສົງຫຼາຍແກ່ເຂົາເຫຼົ່ານັ້ນ ” ດັ່ງນີ້ກໍດີ, ...ໆລໆ

ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ ເຮົາເພິງອົດທົນໄດ້ເຊິ່ງຄວາມ

ບໍ່ຍິນດີ ແລະ ຄວາມຍິນດີ, ອັນໜຶ່ງ ຄວາມບໍ່ຍິນດີຢ່າບຽດບຽນ

ເຮົາ, ເຮົາເພິ່ງຄອບງໍາຍໍ່າຍີຄວາມບໍ່ຍິນດີເຊິ່ງຍັງເກີດຂຶ້ນແລ້ວຢູ່

ເຖີດ ” ດັ່ງນີ້ກໍດີ, ...ໆລໆ...

ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ ເຮົາເພິງອົດທົນຕໍ່ຄວາມຢ້ານ

ກົວໄດ້, ອັນໜຶ່ງ ຄວາມຢ້ານກົວຢ່າບຽດບຽນເຮົາ, ເຮົາເພິງຄອບ

ງໍາຍໍ່າຍີ ຄວາມຢ້ານກົວທີ່ບັງເກີດຂຶ້ນແລ້ວຢູ່ເຖີດ ” ດັ່ງນີ້ກໍດີ, ໆລໆ

ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ ເຮົາເພິງໄດ້ຕາມຕ້ອງການ

ໄດ້ບໍ່ຍາກ ໄດ້ບໍ່ລຳບາກ ເຊິ່ງຊານທັງສີ່ ອັນເປັນໄປໃນຈິດອັນຍິ່ງ

ເປັນທິດຖະສຸກຂະວິຫານ ” ດັ່ງນີ້ກໍດີ, ...ໆລໆ...

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ