ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

111

ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ ເຮົາເພິງຕາມລະນຶກເຖິງ ພົບທີ່

ເຄີຍຢູ່ໃນການກ່ອນໄດ້ຫຼາຍໆຢ່າງ ” ດັ່ງນີ້ກໍດີ, ...ໆລໆ...

ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ ເຮົາເພິງເຫັນສັດທັງຫຼາຍດ້ວຍ

ຈັກຂຸທິບ ອັນໝົດຈົດເກີນຈັກຂຸສາມັນຂອງມະນຸດ ” ດັ່ງນີ້ກໍດີ,

...ໆລໆ...

ພິກຂຸທັງຫຼາຍ ! ຖ້າພິກຂຸຈຳນົງວ່າ “ ເຮົາເພິງເຮັດໃຫ້ແຈ້ງເຊິ່ງເຈ

ໂຕວິມຸດ ປັນຍາວິມຸດ ອັນຫາອາສະວະບໍ່ໄດ້ ເພາະຄວາມສີ້ນໄປ

ແຫ່ງອາສາວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິດຖະທີ່ເຂົ້າເຖິງ

ແລ້ວແລຢູ່ ” ດັ່ງນີ້ກໍດີ, ...ໆລໆ...

ທ່ານເພິງໃຫ້ບໍຣິບູນໃນສີນທັງຫຼາຍ ເພິງຕາມປະກອບໃນການເປັນ

ເຄື່ອງສະຫງົບແຫ່ງຈິດໃນພາຍໃນ ເປັນຜູ້ບໍ່ເຫີນຫ່າງຈາກຊານ ປະ

ກອບພ້ອມແລ້ວດ້ວຍວິປັດສະນາ ແລະ ໃຫ້ວັດແຫ່ງຜູ້ຢູ່ສຸນຍາ

ຄານທັງຫຼາຍຈະເລີນງອກງາມເຖີດ.“ ຄຳໃດທີ່ເຮົາຜູ້ຕະຖາຄົດກ່າວ

ແລ້ວວ່າ

“ ພິກຂຸທັງຫຼາຍ ! ທ່ານທັງ ຫຼາຍຈົ່ງມີສີນສົມບູນ ມີປາຕິໂມກສົມ

ບູນຢູ່ເຖີດ ພວກເຈົ້າທັງຫຼາຍ ຈົ່ງສຳລວມດ້ວຍປາຕິ ໂມກສັງວອນ

ສົມບູນດ້ວຍ ມາລະຍາດ ແລະ ໂຄຈອນຢູ່ເຖີດ ຈົ່ງເປັນຜູ້ເຫັນເປັນ

ໄພໃນໂທດທັງຫຼາຍທີ່ມີປະມານ ໜ້ອຍສະມາ ທານສຶກສາໃນສິກ

ຂາບົດທັງຫຼາຍເຖີດ ” ດັ່ງນີ້. ຄຳນັ້ນອັນເຮົາຕະຖາຄົດ ອາໄສເຫດ

ຜົນ ດັ່ງກ່າວນີ້ແລ ຈຶ່ງໄດ້ກ່າວແລ້ວ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ