ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

7

“ ພຣະທັມ ເປັນສິ່ງທີ່ພຣະຜູ້ມີພຣະພາກເຈົ້າຕຣັດໄວ້ດີເເລ້ວ ເປັນ

ສິ່ງທີ່ຜູ້ສຶກສາ ເເລະ ປະຕິບັດຕ້ອງເຫັນໄດ້ດ້ວຍຕົນເອງ ເປັນສິ່ງທີ່

ປະຕິບັດໄດ້ ເເລະ ໃຫ້ຜົນໄດ້ບໍ່ຈໍາກັດການ ເປັນສິ່ງທີ່ຄວນກ່າວເເກ່

ຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີດ ເປັນສິ່ງທີ່ຄວນນ້ອມເຂົ້າມາ ໃສ່ຕົນ

ເປັນສິ່ງທີ່ຜູ້ຮູ້ກຮໍູ້ໄດ້ສະເພາະຕົນ” ດັ່ງນີ້.

(3) ດູຣາຄະຫະບໍດີ ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມປະກອບ

ດ້ວຍຄວາມເຫຼື້ອມໃສ ອັນບໍ່ຫວັ່ນໄຫວໃນພຣະສົງວ່າ:

“ ພຣະສົງສາວົກຂອງພຣະຜູ້ມີພຣະພາກເຈົ້າ ເປັນຜູ້ປະຕິບັດດີເເລ້ວ

ເປັນຜູ້ປະຕິບັດກົງແລ້ວ ເປັນຜູ້ປະຕິບັດເພື່ອຮູ້ທັມເປັນເຄື່ອງອອກ

ຈາກທຸກແລ້ວ ເປັນຜູ້ປະຕິບັດສົມຄວນແລ້ວ ຄື: ໄດ້ເເກ່ຄູ່ເເຫ່ງບຸ

ຣຸດ 4 ຄູ່ ນັບຮຽງບຸຣຸດໄດ້ 8 ບຸຣຸດ ນີ້ແຫຼະ ຄື:

ສົງສາວົກຂອງພຣະຜູ້ມີພຣະພາກເຈົ້າ ເປັນຜູ້ຄວນແກ່ຂອງຄຳນັບ

ເປັນຜູ້ຄວນແກ່ຂອງຕ້ອນຮັບ ເປັນຜູ້ຄວນແກ່ຂອງເຮັດບຸນ ເປັນຜູ້

ຄວນເຮັດອັນຊະລີເປັນນາບຸນຂອງ ໂລກບໍ່ມີນາບຸນອື່ນຍິ່ງກວ່າ”

ດັ່ງນີ້.

(4) ດູຣາຄະຫະບໍດີ ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມປະກອບ

ດ້ວຍສີນທັງຫຼາຍ ໃນລັກສະນະທີ່ພຣະອະຣິຍະເຈົ້າປາຖະໜາ

ອັນບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ເປັນອິດສະລະຈາກຕັນຫາ

ອັນວິນຍູຊົນສັນລະເສີນ ອັນຕັນຫາ ເເລະ ທິດຖິບໍ່ຄອບງຳໄດ້

ເປັນໄປພ້ອມເພື່ອສະມາທິ ດັ່ງນີ້.

ດູຣາຄະຫະບໍດີ ! ອະຣິຍະສາວົກຍ່ອມປະກອບດ້ວຍເປັນອົງເເຫ່ງ

ການເຂົ້າເຖິງກະແສນິບພານ 4 ຢ່າງນີ້ແລ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ