ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

6

(5) ດູຣາຄະຫະບໍດີ ! ບຸກຄົນຜູ້ມັກດື່ມສຸຣາ ແລະ ເມໄຣ ອັນເປັນ

ທີ່ຕັ້ງແຫ່ງຄວາມປະໝາດ ຍ່ອມປະສົບໄພເວນ ອັນໃດ ອັນ

ໜຶ່ງ ເຊິ່ງຈະໃຫ້ຜົນໃນຊາດນີ້ເເດ່,ໃນຊາດໜ້າເເດ່, ຍ່ອມສະ

ເຫວີຍທຸກໂທມະນັດທາງຈິດ ເພາະສຸຣາ ແລະ ເມໄຣ ອັນເປັນ

ທີ່ຕັ້ງແຫ່ງຄວາມປະໝາດເປັນເຫດ, ໄພເວນອັນນັ້ນ ຂອງອະ

ຣິຍະສາວົກ ຜູ້ເວັ້ນຂາດເເລ້ວຈາກສຸຣາ ແລະ ເມໄຣ ອັນເປັນ

ທີ່ຕັ້ງແຫ່ງຄວາມປະໝາດ ສະຫງົບເເລ້ວດ້ວຍ ອາການຢ່າງນີ້.

ດູຣາຄະຫະບໍດີ ! ໄພເວນ 5 ປະການເຫຼົ່ານີ້ເເລ ສະຫງົບເເລ້ວດ້ວຍ

ອາການຢ່າງນີ້.

ດູຣາຄະຫະບໍດີ ! ອະຣິຍະສາວົກເປັນຜູ້ປະກອບພ້ອມເເລ້ວດ້ວຍ ອັນ

ເປັນອົງເເຫ່ງການເຂົ້າເຖິງກະແສເເຫ່ງນິບພານ 4 ຢ່າງເປັນຢ່າງໃດ?

(1) ດູຣາຄະຫະບໍດີ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະ

ກອບດ້ວຍຄວາມເຫຼື້ອມໃສ ອັນບໍ່ຫວັ່ນໄຫວ ໃນພຣະພຸດທະ

ເຈົ້າວ່າ“ ແມ່ນເພາະເຫດນີ້ໆ ພຣະຜູ້ມີພຣະພາກເຈົ້າ ພຣະອົງ

ນັ້ນ ເປັນພຣະອະຣະຫັນ ຕຣັດສະຮູ້ເອງໄດ້ໂດຍຊອບ ເປັນຜູ້

ເຖິງພ້ອມດ້ວຍວິຊຊາ ເເລະ ຈະຣະນະ ເປັນຜູ້ໄປດີເເລ້ວ ຊົງຮູ້

ເເຈ້ງໂລກ ເປັນສາຣະຖີຝຶກບຸຣຸດທີ່ຄວນຝຶກ ບໍ່ມີຜູ້ອື່ນຍິ່ງກວ່າ

ເປັນສາສະດາຂອງເທວະດາ ເເລະ ມະນຸດທັງຫຼາຍ ເປັນຜູ້ຮູ້ຜູ້

ຕື່ນ ຜູ້ເບີກບານເເລ້ວດ້ວຍທັມ ເປັນຜູ້ຈຳເເນກທັມສັ່ງສອນ

ສັດ” ດັ່ງນີ້.

(2) ດູຣາຄະຫະບໍດີ ! ອະຣິຍະສາວົກໃນວິນັຍນີ້ ເປັນຜູ້ປະກອບ

ດ້ວຍຄວາມເຫຼື້ອມໃສ ອັນບໍ່ຫວັ່ນໄຫວ ໃນພຣະທັມວ່າ:

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ