ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
8
ກໍຍາຍະອັນປະເສີດ ອັນອະຣິຍະສາວົກເຫັນແຈ້ງເເທງຕະຫຼອດດ້ວຍ
ດີເເລ້ວດ້ວຍປັນຍາ ເປັນຢ່າງໃດ ?
ດູຣາຄະຫະບໍດີ ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມໄຄ່ຄວນໄວ້
ໃນໃຈໂດຍລະອຽດເຖິງປະຕິຈຈະສະມຸບບາດ (ທັມມະຊາດທີ່ອາໃສ
ເຊິ່ງກັນ ເເລະ ກັນເເລ້ວເກີດຂຶ້ນ) ເປັນຢ່າງດີວ່າ:
ເມື່ອສິ່ງນີ້ມີ ສິ່ງນີ້ຈຶ່ງມ ີ
ເພາະສິ່ງນີ້ເກີດຂຶ້ນ ສິ່ງນີ້ຈຶ່ງເກີດຂຶ້ນ
ເມື່ອສິ່ງນີ້ບໍ່ມີ ສິ່ງນີ້ຈຶ່ງບໍ່ມ ີ
ເພາະສິ່ງນີ້ດັບໄປ ສິ່ງນີ້ຈຶ່ງດັບໄປ
ດ້ວຍປະການດັ່ງນີ້ຄື:
ເພາະອະວິຊຊາເປັນປັດໃຈ ຈຶ່ງມີສັງຂານທັງຫຼາຍ
ເພາະສັງຂານເປັນປັດໃຈ ຈຶ່ງມີວິນຍານ
ເພາະວິນຍານເປັນປັດໃຈ ຈຶ່ງມີນາມ-ຮູບ
ເພາະນາມ-ຮູບເປັນປັດໃຈ ຈຶ່ງມີສະລາຍະຕະນະ
ເພາະສະລາຍະຕະນະເປັນປັດໃຈ ຈຶ່ງມີຜັດສະ
ເພາະຜັດສະເປັນປັດໃຈ ຈຶ່ງມີເວທະນາ
ເພາະເວທະນາເປັນປັດໃຈ ຈຶ່ງມີຕັນຫາ
ເພາະຕັນຫາເປັນປັດໃຈ ຈຶ່ງມີອຸປາທານ
ເພາະອຸປາທານເປັນປັດໃຈ ຈຶ່ງມີພົບ
ເພາະພົບເປັນປັດໃຈ ຈຶ່ງມີຊາດ
ເພາະຊາດເປັນປັດໃຈ ຈຶ່ງມີຊະຣາມໍຣະນະ ໂສກະປະຣິເທວະ
ທຸກຂະໂທມະນັດ ເເລະ ອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນ








