ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

5

ດູຣາຄະຫະບໍດີ ! ໄພເວນ 5 ປະການທີ່ສະຫງົບເເລ້ວເປັນຢ່າງໃດ ?

(1) ດູຣາຄະຫະບໍດີ ! ບຸກຄົນຜູ້ມັກຂ້າສັດຍ່ອມປະສົບໄພເວນ ອັນ

ໃດ ອັນໜຶ່ງ ເຊິ່ງຈະໃຫ້ຜົນໃນຊາດນີ້ເເດ່, ໃນຊາດໜ້າເເດ່,

ຍ່ອມສະເຫວີຍທຸກຂະໂທມະນັດທາງໃຈແດ່ ເພາະປານາຕິ

ບາດເປັນເຫດ, ໄພເວນອັນນັ້ນຂອງອະຣິຍະສາວົກ ຜູ້ເວັ້ນ

ຂາດເເລ້ວຈາກປານາຕິບາດ ສະຫງົບເເລ້ວດ້ວຍອາການຢ່າງນີ້.

(2) ດູຣາຄະຫະບໍດີ ! ບຸກຄົນຜູ້ມັກລັກຊັບ ຍ່ອມປະສົບໄພເວນ

ອັນໃດ ອັນໜຶ່ງ ເຊິ່ງຈະໃຫ້ຜົນໃນຊາດນີ້ເເດ່,ໃນຊາດໜ້າເເດ່,

ຍ່ອມສະເຫວີຍທຸກຂະໂທມະນັດທາງໃຈເເດ່ ເພາະອະທິນນາ

ທານເປັນເຫດ, ໄພເວນອັນນັ້ນຂອງອະຣິຍະສາວົກ ຜູ້ເວັ້ນ

ຂາດເເລ້ວຈາກອະທິນນາທານ ສະຫງົບເເລ້ວດ້ວຍອາການຢ່າງ

ນີ້.

(3) ດູຣາຄະຫະບໍດີ ! ບຸກຄົນຜູ້ມັກປະພຶດຜິດໃນກາມ ຍ່ອມປະ

ສົບໄພເວນ ອັນໃດ ອັນໜຶ່ງ ເຊິ່ງຈະໃຫ້ຜົນໃນຊາດນີ້ເເດ່, ໃນ

ຊາດໜ້າເເດ່, ຍ່ອມສະເຫວີຍທຸກໂທມະນັດທາງໃຈ ເພາະກາ

ເມສຸມິດສາຈານເປັນເຫດ,ໄພເວນອັນນັ້ນຂອງອະຣິຍະສາວົກ

ຜູ້ເວັ້ນຂາດເເລ້ວຈາກກາເມສຸມິດສາຈານ ສະຫງົບເເລ້ວດ້ວຍ

ອາການຢ່າງນີ້.

(4) ດູຣາຄະຫະບໍດີ ! ບຸກຄົນຜູ້ມັກເວົ້າຕົວະ ຍ່ອມປະສົບໄພເວນ

ອັນໃດ ອັນໜຶ່ງ ເຊິ່ງຈະໃຫ້ຜົນໃນຊາດນີ້ເເດ່,ໃນຊາດໜ້າເເດ່,

ຍ່ອມສະເຫວີຍທຸກໂທມະນັດທາງໃຈ ເພາະມຸສາວາດເປັນ

ເຫດ, ໄພເວນອັນນັ້ນຂອງອະຣິຍະສາວົກ ຜູ້ເວັ້ນຂາດເເລ້ວ

ຈາກມຸສາວາດ ສະຫງົບເເລ້ວ ດ້ວຍອາການຢ່າງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ