ແກ້ກັມ
ໜ້າ/ 52
ທີຄະຕະປັສສີນິຄັນຖ໌
ໄດ້ຂາບທູນຖາມພຣະຜູ້ມີພຣະພາຄວ່າ
ທ່ານພຣະໂຄດົມ ! ພຣະອົງຄ໌ເດ ຍ່ອມບັນຍັຕທັນດະ ໃນການເຮັດບາບກັມ ໃນການເປັນໄປແຫ່ງບາບກັມໄວ້ທໍ່ໃດ ?
ທີຄະຕະປັສສີ ! ຕະຖາຄົຕຈະບັນຍັຕວ່າກັມ ໆ ດັ່ງນີ້ເປັນອາຈິນ.
ທ່ານພຣະໂຄດົມ ! ກໍພຣະອົງຄ໌ຍ່ອມບັນຍັຕວ່າກັມ ໃນການເຮັດບາບກັມ ໃນການເປັນໄປແຫ່ງບາບກັມໄວ້ທໍ່ໃດ ?
ທີຄະຕະປັສສີ ! ເຮົາຍ່ອມບັນຍັຕກັມ ໃນການເຮັດບາບກັມ ໃນການເປັນໄປແຫ່ງບາບກັມໄວ້ ໓ ປະການ ຄື ກາຢະກັມ ໑ ວະຈີກັມ ໑ ມະໂນກັມ ໑.
ທ່ານພຣະໂຄດົມ ! ກໍກາຢະກັມຢ່າງໜຶ່ງ ວະຈີກັມຢ່າງໜຶ່ງ ມະໂນກັມຢ່າງໜຶ່ງ ບໍ່ແມ່ນເບາະ ?
ທີຄະຕະປັສສີ ! ກາຢະກັມຢ່າງໜຶ່ງ ວະຈີກັມຢ່າງໜຶ່ງ
ມະໂນກັມຢ່າງໜຶ່ງ.
ສະບັບ : ແກ້ກັມ
ທ່ານພຣະໂຄດົມ ! ກໍບັນດາກັມທັງ ໓ ປະການ ທີ່ຈໍາແນກອອກແລ້ວເປັນສ່ວນລະຢ່າງຕ່າງກັນ ເຫຼົ່ານີ້ ກັມໃດ ຄື ກາຢະກັມ ວະຈີກັມ ຫຼື
ມະໂນກັມ ທີ່ພຣະອົງຄ໌ບັນຍັຕ ວ່າມີໂທດຫຼາຍກວ່າ ໃນການເຮັດບາບກັມ ໃນການເປັນໄປແຫ່ງບາບກັມ ?
ທີຄະຕະປັສສີ ! ບັນດາກັມທັງ ໓ ປະການ ທີ່ຈໍາແນກອອກແລ້ວ ເປັນສ່ວນລະຢ່າງຕ່າງກັນເຫຼົ່ານີ້
ເຮົາບັນຍັຕ ມະໂນກັມ ວ່າມີໂທດຫຼາຍກວ່າ ໃນການເຮັດບາບກັມ ໃນການເປັນໄປແຫ່ງບາບກັມ
ເຮົາຈະບັນຍັຕກາຢະກັມ ວະຈີກັມ ວ່າມີໂທດຫຼາຍ
ເໝືອນມະໂນກັມ ກໍຫາບໍ່ໄດ້.
ທ່ານພຣະໂຄດົມ ! ພຣະອົງຄ໌ຕຣັດວ່າມະໂນກັມເບາະ ?
ທີຄະຕະປັສສີ ! ເຮົາກ່າວວ່າມະໂນກັມ.
ທ່ານພຣະໂຄດົມ ! ພຣະອົງຄ໌ຕຣັດວ່າມະໂນກັມເບາະ ?
ທີຄະຕະປັສສີ ! ເຮົາກ່າວວ່າມະໂນກັມ.
ທ່ານພຣະໂຄດົມ ! ພຣະອົງຄ໌ຕຣັດວ່າມະໂນກັມເບາະ ?
ທີຄະຕະປັສສີ ! ເຮົາກ່າວວ່າມະໂນກັມ.
ພຸດທະວະຈະນະ - ໝວດທັມ
ທີຄະຕະປັສສີນິຄັນຖ໌ ໃຫ້ພຣະຜູ້ມີພຣະພາຄຊົງຢືນຢັນໃນເລື່ອງທີ່ຕຣັດນີ້ເຖິງ ໓ ເທື່ອ ດ້ວຍປະການສະນີ້ ແລ້ວລຸກຈາກອາສະນະ ເຂົ້າໄປຫານິຄັນຖະນາຕະບຸຕເຖິງທີ່ຢູ່.
(ຈາກນັ້ນໄດ້ມີ ອຸບາລີຄະຫະບໍດີ ເຂົ້າມາເພື່ອສົນທະນາໃນເລື່ອງນີ້ ຕໍ່ຈາກທີຄະຕະປັສສີນິຄັນຖ໌ ໂດຍຍັງມີຄວາມເຫັນວ່າ ກັມທາງກາຍມີໂທດຫຼາຍກວ່າກັມທາງໃຈ ແລະພຣະຜູ້ມີພຣະພາຄໄດ້ຍົກອຸປະມາ ເພື່ອໃຫ້ເຫັນປຽບທຽບໄດ້ຊັດເຈນຍິ່ງຂຶ້ນ ດັ່ງນີ້)
ຄະຫະບໍດີ ! ທ່ານຈະສໍາຄັນຄວາມຂໍ້ນີ້ເປັນແນວໃດ ໃນບ້ານນາລັນທານີ້ ຍ່ອມມີບຸຣຸສຄົນໜຶ່ງຍົກງ້າງດາບມາ ເຂົາຍ່ອມກ່າວເຊັ່ນນີ້ວ່າ ເຮົາຈັກເຮັດສັຕ ເທົ່າທີ່ມີຢູ່ໃນບ້ານນາລັນທານີ້ ໃຫ້ເປັນລານຊີ້ນອັນດຽວກັນ ໃຫ້ເປັນກອງຊີ້ນອັນດຽວກັນ ໂດຍຂະນະໜຶ່ງ ໂດຍບຶດດຽວ. ຄະຫະບໍດີ ! ທ່ານຈະສໍາຄັນຄວາມຂໍ້ນັ້ນເປັນແນວໃດ ບຸຣຸສນັ້ນຈະສາມາດເຮັດສັຕ ເທົ່າທີ່ມີຢູ່ໃນບ້ານນາລັນທານີ້ ໃຫ້ເປັນລານຊີ້ນອັນດຽວກັນ ໃຫ້ເປັນກອງຊີ້ນອັນດຽວກັນ ໂດຍຂະນະໜຶ່ງ ໂດຍບຶດດຽວໄດ້ຫຼືບໍ່ ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບຸຣຸສ ໑໐ ຄົນກໍດີ ໒໐ ຄົນກໍດີ ໓໐ ຄົນກໍດີ ໔໐ ຄົນກໍດີ ໕໐ ຄົນກໍດີ ບໍ່ສາມາດຈະເຮັດສັຕ ເທົ່າທີ່ມີຢູ່ໃນບ້ານນາລັນທານີ້ ໃຫ້ເປັນລານຊີ້ນອັນດຽວກັນ ໃຫ້ເປັນກອງຊີ້ນອັນດຽວກັນ ໂດຍຂະນະໜຶ່ງ ໂດຍບຶດດຽວໄດ້ ຂ້ານ້ອຍ ບຸຣຸສຜູ້ຕ່ຳຊາມຄົນດຽວຈະເກັ່ງກາດສໍ່າໃດໜໍ.
ສະບັບ : ແກ້ກັມ








