ແກ້ກັມ

ໜ້າ/ 52

ພິກຂຸທັງຫຼາຍ ! ກັມມະນິໂຣທະຄາມິນີປະຕິປະທາ (ຂໍ້ປະຕິບັຕໃຫ້ເຖິງຄວາມດັບແຫ່ງກັມ) ເປັນແນວໃດໜໍ ?

ກັມມະນິໂຣທະຄາມິນີປະຕິປະທາ ນັ້ນ ຄື ອະຣິຍະອັຕຖັງ ຄິກະມັຄຄະ (ອະຣິຍະມັຄມີອົງຄ໌ແປດ) ນີ້ນັ້ນເອງ ໄດ້ແກ່

ສັມມາທິຕຖິ (ຄວາມເຫັນຖືກຕ້ອງ) ສັມມາສັງກັປປະ (ຄວາມດໍາຣິຖືກຕ້ອງ)

ສັມມາວາຈາ (ການເວົ້້າຈາຖືກຕ້ອງ) ສັມມາກັມມັນຕະ (ການເຮັດການງານຖືກຕ້ອງ) ສັມມາອາຊີວະ (ການລ້ຽງຊີວິຕຖືກຕ້ອງ),

ສັມມາວາຢາມະ (ຄວາມພຽນຖືກຕ້ອງ), ສັມມາສະຕິ (ຄວາມລະນຶກຖືກຕ້ອງ) ສັມມາສະມາທິ (ຄວາມຕັ້ງໃຈໝັ້ນຖືກຕ້ອງ).

ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ກັມມະນິໂຣທະຄາມິນີປະຕິປະທາ.

ສະບັບ : ແກ້ກັມ

ພິກຂຸທັງຫຼາຍ ! ດ້ວຍປະການດັ່ງນີ້ແລ (ເປັນອັນວ່າ)

ກັມເກົ່າ ເຮົາໄດ້ສະແດງແລ້ວແກ່ເຈົ້າທັງຫຼາຍ ກັມໃໝ່ ເຮົາກໍສະແດງແລ້ວ, ກັມມະນິໂຣດ ເຮົາກໍໄດ້ສະແດງແລ້ວ, ກັມມະ

ນິໂຣທະຄາມິນີປະຕິປະທາ ເຮົາກໍໄດ້ສະແດງແລ້ວ.

ພິກຂຸທັງຫຼາຍ !

ກິຈໃດ ທີ່ສາສດາຜູ້ເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ

ອາໄສຄວາມເອັນດູແລ້ວ ຈະຍ່ອມເຮັດແກ່ສາວົກທັງຫຼາຍ,

ກິຈນັ້ນ ເຮົາໄດ້ເຮັດແລ້ວແກ່ພວກເຈົ້າ.

ພິກຂຸທັງຫຼາຍ !

ນັ້ນກ້ອງຕົ້ນໄມ້, ນັ້ນເຮືອນວ່າງ.

ພວກເຈົ້າຈົ່ງພຽນເຜົາກິເລສ,

ຢ່າໄດ້ປະມາດ,

ຢ່າເປັນຜູ້ທີ່ຕ້ອງຮ້ອນໃຈ ໃນພາຍຫຼັງເລີຍ.

ນີ້ແລ ເປັນວາຈາເຄື່ອງພໍ່າສອນຂອງເຮົາ

ແກ່ພວກເຈົ້າທັງຫຼາຍ.

ສະລາ. ສັງ. ໑໘/໑໖໖/໒໒໗-໒໓໑.

ພຸດທະວະຈະນະ - ໝວດທັມ

ກາຍນີ້ເປັນກັມເກົ່າ

ພິກຂຸທັງຫຼາຍ ! ກາຍນີ້ ບໍ່ແມ່ນຂອງເຈົ້າທັງຫຼາຍ ແລະທັງບໍ່ແມ່ນຂອງບຸກຄົນເຫຼົ່າອື່ນ.

ພິກຂຸທັງຫຼາຍ ! ກັມເກົ່າ (ກາຍ) ນີ້ ອັນເຈົ້າທັງຫຼາຍ ຈົ່ງເຫັນວ່າເປັນສິ່ງທີ່ປັຈຈັຍປຸງແຕ່ງຂຶ້ນ (ອະພິສັງຂະຕະ), ເປັນສິ່ງທີ່ປັຈຈັຍເຮັດໃຫ້ເກີດຄວາມຮູ້ສຶກຂຶ້ນ (ອະພິສັນເຈຕະຢິຕະ), ເປັນສິ່ງທີ່ມີຄວາມຮູ້ສຶກຕໍ່ອາຣົມໄດ້ (ເວທະນີຢະ).

ພິກຂຸທັງຫຼາຍ ! ໃນກໍລະນີຂອງກາຍນັ້ນ ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມເຮັດໄວ້ໃນໃຈໂດຍລະອຽດເປັນຢ່າງດີ ຊຶ່ງ ປະຕິຈຈະສະມຸບບາດ ນັ້ນແລ ດັ່ງນີ້ວ່າ “ດ້ວຍອາການເຊັ່ນນີ້ :

ເພາະສິ່ງນີ້ມີ, ສິ່ງນີ້ຈຶ່ງມີ;

ເພາະຄວາມເກີດຂຶ້ນແຫ່ງສິ່ງນີ້, ສິ່ງນີ້ຈຶ່ງເກີດຂຶ້ນ

ເພາະສິ່ງນີ້ບໍ່ມີ, ສິ່ງນີ້ຈຶ່ງບໍ່ມີ;

ເພາະຄວາມດັບໄປແຫ່ງສິ່ງນີ້ ສິ່ງນີ້ຈຶ່ງດັບໄປ :

ໄດ້ແກ່ສິ່ງເຫຼົ່ານີ້ ຄື

ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ;

ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ;

ສະບັບ : ແກ້ກັມ

ເພາະມີວິນຍານເປັນປັຈຈັຍ ຈຶ່ງມີນາມຮູບ;

ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ;

ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ;

ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ;

ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ;

ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ;

ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ;

ເພາະມີພົບເປັນປັຈຈັຍ ຈຶ່ງມີຊາຕ;

ເພາະມີຊາຕເປັນປັຈຈັຍ ຊະຣາມໍຣະນະ ໂສກະປະຣິເທວະ ທຸກຂະໂທມະນັສສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາການດັ່ງນີີ້.

ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫຼືອ ແຫ່ງອະວິຊຊານັ້ນ ນັ້ນແລ, ຈຶ່ງມີຄວາມດັບແຫ່ງສັງຂາຣ, ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ ;...  ໆລໆ... ໆລໆ... ໆລໆ... ເພາະມີຄວາມດັບແຫ່ງຊາຕ ນັ້ນແລ ຊະຣາມໍຣະນະ ໂສກະປະຣິເທວະທຸກຂະໂທມະນັສສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີ ດ້ວຍອາການເຊັ່ນນີ້ ດັ່ງນີ້ ແລ.

ນິທານ. ສັງ. ໑໖/໗໗/໑໔໓.

ພຸດທະວະຈະນະ - ໝວດທັມ

ການເຮັດກັມທາງໃດມີໂທດຫຼາຍທີ່ສຸດ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ