ແກ້ກັມ

ໜ້າ/ 52

ຄະຫະບໍດີ ! ທ່ານຈະສໍາຄັນຄວາມຂໍ້ນີ້ເປັນແນວໃດ

ສະມະນະຫຼືພຣາມຜູ້ມີລິດ ເຖິງຄວາມເປັນຜູ້ຊໍານານໃນທາງຈິຕ ຍ່ອມມາໃນບ້ານນາລັນທານີ້ ສະມະນະຫຼືພຣາມນັ້ນ ຍ່ອມກ່າວເຊັ່ນນີ້ວ່າ ເຮົາຈັກເຮັດບ້ານນາລັນທານີ້ ໃຫ້ເປັນຂີ້ເຖົ່າ ດ້ວຍໃຈຄິດປະທຸສະຮ້າຍເທື່ອດຽວ. ຄະຫະບໍດີ ! ທ່ານຈະສໍາຄັນຄວາມຂໍ້ນັ້ນເປັນແນວໃດ ສະມະນະຫຼືພຣາມຜູ້ມີລິດ ເຖິງຄວາມເປັນຜູ້ຊໍານານໃນທາງຈິຕນັ້ນ ຈະສາມາດເຮັດບ້ານນາລັນທານີ້ ໃຫ້ເປັນຂີ້ເຖົ່າ ດ້ວຍໃຈຄິດປະທຸສະຮ້າຍເທື່ອດຽວ ໄດ້ຫຼືບໍ່ໜໍ ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບ້ານນາລັນທາ ໑໐ ບ້ານກໍດີ ໒໐ ບ້ານກໍດີ ໓໐ ບ້ານກໍດີ ໔໐ ບ້ານກໍດີ ໕໐ ບ້ານກໍດີ ສະມະນະຫຼືພຣາມຜູ້ມີລິດ ເຖິງຄວາມເປັນຜູ້ຊໍານານໃນທາງຈິຕນັ້ນ ຍັງສາມາດເຮັດໃຫ້ເປັນຂີ້ເຖົ່າໄດ້ດ້ວຍໃຈຄິດປະທຸສະຮ້າຍເທື່ອດຽວ ແລ້ວບ້ານນາລັນທາທີ່ຊຸດໂຊມຫຼັງດຽວຈະຄະນາອັນໃດໜໍ.

ຄະຫະບໍດີ ! ທ່ານຈົ່ງມະນະສິກາຣະ ຄັນແລ້ວຈົ່ງພະຍາກອນ ຄໍາຫຼັງກັບຄໍາກ່ອນກໍດີ ຄໍາກ່ອນກັບຄໍາຫຼັງກໍດີ ຂອງທ່ານ ບໍ່ຕໍ່ກັນເລີຍ...

ມ. ມ. ໑໓/໕໔/໖໒.

ພຸດທະວະຈະນະ - ໝວດທັມ

ຫລັກການພິຈາຣະນາວ່າ

ກັມຊະນິດນັ້ນ

ຄວນເຮັດຫຼືບໍ່

ພຸດທະວະຈະນະ - ໝວດທັມ

ເມື່ອຈະເຮັດ

ຣາຫຸລ ! ເຈົ້າຢາກຈະເຮັດກັມໃດດ້ວຍກາຍ ຈົ່ງພິຈາຣະ ນາກັມນັ້ນເສຍກ່ອນວ່າ “ກາຢະກັມທີ່ຢາກຈະເຮັດນີ້ ເປັນໄປເພື່ອບຽດບຽນຕົນເອງດ້ວຍ ບຽດບຽນຜູ້ອື່ນດ້ວຍ ບຽດບຽນທັງສອງຝ່າຍດ້ວຍ ເປັນກາຢະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນ

ກໍາໄລ ມີທຸກຂ໌ເປັນວິບາກ ຫຼືບໍ່ໜໍ ’’ ດັ່ງນີ້.

ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນັ້ນແລ້ວ, ເຈົ້າ

ບໍ່ຄວນເຮັດກາຢະກັມຊະນິດນັ້ນໂດຍແທ້.

ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນີ້ວ່າ “ກາຢະກັມທີ່ເຮົາຢາກຈະເຮັດນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງດ້ວຍ

ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນດ້ວຍ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍດ້ວຍ ເປັນກາຢະກັມທີ່ເປັນກຸສົລ ມີສຸຂເປັນກໍາໄລ

ມີສຸຂເປັນວິບາກ” ດັ່ງນີ້,

ຣາຫຸລ !

ເຈົ້າຄວນເຮັດກາຢະກັມຊະນິດນັ້ນ.

ສະບັບ : ແກ້ກັມ

໑໐

ເມື່ອເຮັດຢູ່

ຣາຫຸລ ! ເມື່ອເຈົ້າເຮັດກັມໃດດ້ວຍກາຍຢູ່ ຈົ່ງພິຈາຣະນາກັມນັ້ນວ່າ “ກາຢະກັມທີ່ກໍາລັງເຮັດຢູ່ນີ້ ເປັນໄປເພື່ອບຽດບຽນຕົນເອງດ້ວຍ ບຽດບຽນຜູ້ອື່ນດ້ວຍ ບຽດບຽນທັງສອງຝ່າຍດ້ວຍ ເປັນກາຢະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫຼືບໍ່ໜໍ” ດັ່ງນີ້.

ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນັ້ນແລ້ວ, ເຈົ້າ

ຈົ່ງຢຸດເຊົາກາຢະກັມຊະນິດນັ້ນເສຍ.

ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນີ້ວ່າ “ກາຢະກັມທີ່ເຮົາກໍາລັງເຮັດຢູ່ນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງດ້ວຍ

ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນດ້ວຍ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍດ້ວຍ ເປັນກາຢະກັມທີ່ເປັນກຸສົລ ມີສຸຂເປັນກໍາໄລ

ມີສຸຂເປັນວິບາກ” ດັ່ງນີ້,

ຣາຫຸລ !

ເຈົ້າຈົ່ງເລັ່ງເຮັດກາຢະກັມຊະນິດນັ້ນ.

ພຸດທະວະຈະນະ - ໝວດທັມ

໑໑

ເມື່ອເຮັດແລ້ວ

ຣາຫຸລ ! ເມື່ອເຮັດກັມໃດດ້ວຍກາຍແລ້ວ ຈົ່ງພິຈາຣະນາກັມນັ້ນວ່າ “ກາຢະກັມທີ່ເຮົາເຮັດແລ້ວນີ້ ເປັນໄປເພື່ອບຽດບຽນຕົນເອງດ້ວຍ ບຽດບຽນຜູ້ອື່ນດ້ວຍ ບຽດບຽນທັງສອງຝ່າຍດ້ວຍ ເປັນກາຢະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫຼືບໍ່ໜໍ” ດັ່ງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ