ແກ້ກັມ
ໜ້າ/ 52
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຍ່ອມເຮັດຄວາມປຸງແຕ່ງທາງກາຍ ອັນເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່, ຍ່ອມເຮັດຄວາມປຸງແຕ່ງທາງວາຈາ ອັນເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່, ຍ່ອມເຮັດຄວາມປຸງແຕ່ງທາງໃຈ ອັນເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່. ຄັນເຂົາເຮັດຄວາມປຸງແຕ່ງ (ທັງສາມ) ດັ່ງນີ້ແລ້ວ ຍ່ອມເຂົ້າເຖິງໂລກ ອັນເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່ ; ຜັສສະທັງຫຼາຍ ທີ່ເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່
ສະບັບ : ແກ້ກັມ
ຍ່ອມຖືກຕ້ອງເຂົາຜູ້ເຂົ້າເຖິງໂລກອັນເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່ ; ເຂົາອັນຜັສສະທີ່ເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່ຖືກຕ້ອງແລ້ວ ຍ່ອມສະເຫວີຍເວທະນາທີ່ເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່, ອັນເປັນເວທະນາທີ່ສຸຂແລະທຸກຂ໌ປົນກັນ, ດັ່ງເຊັ່ນພວກມະນຸສ ພວກເທບບາງພວກ ພວກວິນິບາຕບາງພວກ.
ພິກຂຸທັງຫຼາຍ !
ນີ້ເອີ້ນວ່າ ກັມທັງດໍາທັງຂາວ ມີວິບາກທັງດໍາທັງຂາວ.
ພິກຂຸທັງຫຼາຍ ! ກັມບໍ່ດໍາ ບໍ່ຂາວມີວິບາກກັມບໍ່ດໍາ ບໍ່ຂາວເປັນໄປເພື່ອຄວາມດັບສິ້ນກັມ ເປັນແນວໃດໜໍ ?
ຄື ສັມມາທິຕຖິ (ຄວາມເຫັນຖືກຕ້ອງ) ສັມມາສັງກັປປະ (ຄວາມດໍາຣິຖືກຕ້ອງ)
ສັມມາວາຈາ (ການເວົ້າຈາຖືກຕ້ອງ), ສັມມາກັມມັນຕະ (ການເຮັດການງານຖືກຕ້ອງ) ສັມມາອາຊີວະ (ການລ້ຽງຊີວິຕຖືກຕ້ອງ)
ສັມມາວາຢາມະ (ຄວາມພາກພຽນຖືກຕ້ອງ) ສັມມາສະຕິ (ຄວາມລະນຶກຖືກຕ້ອງ) ສັມມາສະມາທິ (ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ !
ນີ້ເອີ້ນວ່າ ກັມບໍ່ດໍາບໍ່ຂາວ ມີວິບາກບໍ່ດໍາບໍ່ຂາວ ເປັນໄປເພື່ອຄວາມດັບສິ້ນກັມ.
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ກັມ ໔ ຢ່າງ ທີ່ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດໃຫ້ຮູ້ທົ່ວກັນ.
ຈະຕຸກກ. ອັງ. ໒໑/໓໒໐-໓໒໑/໒໓໗.
(ໃນສູຕນີ້ ຊົງສະແດງກັມບໍ່ດໍາ ບໍ່ຂາວ ເປັນບ່ອນດັບສິ້ນກັມໄວ້ດ້ວຍອະຣິຍະມັຄຄ໌ມີອົງຄ໌ແປດ ; ໃນສູຕອື່ນຊົງສະແດງໄວ້ດ້ວຍ ໂພຊຊົງຄ໌ເຈັດ ກໍມີ ໒໑/໓໒໒/໒໓໘., ສະແດງໄວ້ດ້ວຍເຈຕະນາເປັນເຄື່ອງລະກັມດໍາ, ກັມຂາວ ແລະກັມທັງດໍາທັງຂາວ ກໍມີ ໒໑/໓໑໘/໒໓໔.).
ສະບັບ : ແກ້ກັມ
໖
ອັນໃດຄືກັມເກົ່າແລະກັມໃໝ່
ພິກຂຸທັງຫຼາຍ ! ເຮົາຈັກສະແດງຊຶ່ງກັມທັງຫຼາຍ ທັງໃໝ່ແລະເກົ່າ (ນະວະປຸຣານະກັມມະ) ກັມມະນິໂຣດ ແລະກັມມະ
ນິໂຣທະຄາມິນີປະຕິປະທາ.....
ພິກຂຸທັງຫຼາຍ !
ກັມເກົ່າ (ປຸຣານະກັມມະ) ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ຈັກຂຸ (ຕາ).... ໂສຕະ (ຫູ).... ຄະນະ (ດັງ) .... ຊິວຫາ (ລີ້ນ).... ກາຢະ (ກາຍ).... ມະນະ (ໃຈ) ອັນເຈົ້າທັງຫຼາຍ ຈົ່ງເຫັນວ່າເປັນປຸຣານະກັມມະ (ກັມເກົ່າ) ອະພິສັງຂະຕະ (ອັນປັຈຈັຍປຸງແຕ່ງຂຶ້ນ) ອະພິສັນເຈຕະຢິຕະ (ອັນປັຈຈັຍເຮັດໃຫ້ເກີດຄວາມຮູ້ສຶກຂຶ້ນ) ເວທະນີຢະ (ມີຄວາມຮູ້ສຶກຕໍ່ອາຣົມໄດ້).
ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ກັມເກົ່າ.
ພິກຂຸທັງຫຼາຍ !
ກັມໃໝ່ (ນະວະກັມມະ) ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ຂໍ້ທີ່ບຸກຄົນເຮັດກັມ ດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ ໃນກາລະບັດນີ້ ອັນໃດ, ອັນນີ້ເອີ້ນວ່າກັມໃໝ່.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ກັມມະນິໂຣດ (ຄວາມດັບແຫ່ງກັມ) ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ຂໍ້ທີ່ບຸກຄົນຖືກຕ້ອງວິມຸຕຕິ ເພາະຄວາມດັບແຫ່ງກາຢະກັມ ວະຈີກັມ ມະໂນກັມ ອັນໃດ, ອັນນີ້ເອີ້ນວ່າ ກັມມະນິໂຣດ.








