ແກ້ກັມ

ໜ້າ/ 52

ສິ່ງທີ່ບໍ່ຄວນຄິດ

ພິກຂຸທັງຫຼາຍ ! ອະຈິນໄຕ ໔ ຢ່າງນີ້ບໍ່ຄວນຄິດ ຜູ້ທີ່ຄິດກໍຈະຍ່ອມມີສ່ວນແຫ່ງຄວາມເປັນບ້າ ໄດ້ຮັບຄວາມລໍາບາກເປົ່າ.

ອະຈິນໄຕ ໔ ຄືອັນໃດແດ່ໜໍ ? ຄື :-

໑. ພຸທທະວິສັຍແຫ່ງພຣະພຸທທະເຈົ້າທັງຫຼາຍ

ເປັນອະຈິນໄຕບໍ່ຄວນຄິດ ຜູ້ທີ່ຄິດ ກໍຈະຍ່ອມມີສ່ວນແຫ່ງຄວາມເປັນບ້າ ໄດ້ຮັບຄວາມລໍາບາກເປົ່າ.

໒. ຊານວິສັຍແຫ່ງຜູ້ໄດ້ຊານ

ເປັນອະຈິນໄຕບໍ່ຄວນຄິດ ຜູ້ທີ່ຄິດ ກໍຈະຍ່ອມມີສ່ວນແຫ່ງຄວາມເປັນບ້າ ໄດ້ຮັບຄວາມລໍາບາກເປົ່າ.

໓. ວິບາກແຫ່ງກັມ

ເປັນອະຈິນໄຕບໍ່ຄວນຄິດ ຜູ້ທີ່ຄິດ ກໍຈະຍ່ອມມີສ່ວນແຫ່ງຄວາມເປັນບ້າ ໄດ້ຮັບຄວາມລໍາບາກເປົ່າ.

໔. ໂລກຈິນດາ (ຄວາມຄິດໃນເລື່ອງຂອງໂລກ)

ເປັນອະຈິນໄຕ ບໍ່ຄວນຄິດ ຜູ້ທີ່ຄິດກໍຈະຍ່ອມມີສ່ວນແຫ່ງຄວາມເປັນບ້າ ໄດ້ຮັບຄວາມລໍາບາກເປົ່າ.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ !

ນີ້ແລ ອະຈິນໄຕ ໔ ບໍ່ຄວນຄິດ ຜູ້ທີ່ຄິດກໍຈະຍ່ອມມີສ່ວນແຫ່ງຄວາມເປັນບ້າ ໄດ້ຮັບຄວາມລໍາບາກເປົ່າ.

ຈະຕຸກ. ອັງ. ໒໑/໑໐໔/໗໗.

ປະເພດຂອງກັມ

ພຸດທະວະຈະນະ - ໝວດທັມ

ແບ່ງຕາມການເຮັດແລະຜົລທີ່ໄດ້ຮັບ

ພິກຂຸທັງຫຼາຍ ! ກັມ ໔ ຢ່າງເຫຼົ່ານີ້

ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງແລ້ວ ປະກາດໃຫ້ຮູ້ທົ່ວກັນ.

ກັມ ໔ ຢ່າງ ແນວໃດໜໍ ?

ພິກຂຸທັງຫຼາຍ ! ກັມດໍາມີວິບາກດໍາ ກໍມີຢູ່.

ພິກຂຸທັງຫຼາຍ ! ກັມຂາວມີວິບາກຂາວ ກໍມີຢູ່.

ພິກຂຸທັງຫຼາຍ ! ກັມທັງດໍາທັງຂາວ ມີວິບາກທັງດໍາທັງຂາວ ກໍມີຢູ່.

ພິກຂຸທັງຫຼາຍ ! ກັມບໍ່ດໍາ ບໍ່ຂາວ ມີວິບາກບໍ່ດໍາ ບໍ່ຂາວເປັນໄປເພື່ອຄວາມດັບສິ້ນກັມ ກໍມີຢູ່.

ພິກຂຸທັງຫຼາຍ ! ກັມດໍາມີວິບາກດໍາ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຍ່ອມເຮັດຄວາມປຸງແຕ່ງທາງກາຍອັນເປັນໄປກັບດ້ວຍຄວາມບຽດບຽນ,ຍ່ອມເຮັດຄວາມປຸງແຕ່ງທາງວາຈາ ອັນເປັນໄປກັບດ້ວຍຄວາມບຽດບຽນ, ຍ່ອມເຮັດຄວາມປຸງແຕ່ງທາງໃຈ ອັນເປັນໄປກັບດ້ວຍຄວາມບຽດບຽນ.

ສະບັບ : ແກ້ກັມ

ຄັນເຂົາເຮັດຄວາມປຸງແຕ່ງ (ທັງສາມ) ດັ່ງນີ້ແລ້ວ ຍ່ອມເຂົ້າເຖິງໂລກ ອັນເປັນໄປກັບດ້ວຍຄວາມບຽດບຽນ ຜັສສະທັງຫຼາຍອັນເປັນໄປກັບດ້ວຍຄວາມບຽດບຽນ ຍ່ອມຖືກຕ້ອງເຂົາຊຶ່ງເປັນຜູ້ເຂົ້າເຖິງໂລກອັນເປັນໄປກັບດ້ວຍຄວາມບຽດບຽນ ເຂົາອັນຜັສສະທີ່ເປັນໄປກັບດ້ວຍຄວາມບຽດບຽນຖືກຕ້ອງແລ້ວ ຍ່ອມສະເຫວີຍ ເວທະນາທີ່ເປັນໄປກັບດ້ວຍຄວາມບຽດບຽນ ອັນເປັນທຸກຂ໌ໂດຍສ່ວນດຽວ, ດັ່ງເຊັ່ນພວກສັຕນະຣົກ.

ພິກຂຸທັງຫຼາຍ !

ນີ້ເອີ້ນວ່າ ກັມດໍາມີວິບາກດໍາ

ພິກຂຸທັງຫຼາຍ ! ກັມຂາວມີວິບາກຂາວ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຍ່ອມເຮັດຄວາມປຸງແຕ່ງທາງກາຍ ອັນບໍ່ເປັນໄປກັບດ້ວຍຄວາມບຽດບຽນ, ຍ່ອມເຮັດຄວາມປຸງແຕ່ງທາງວາຈາ ອັນບໍ່ເປັນໄປກັບດ້ວຍຄວາມບຽດບຽນ, ຍ່ອມເຮັດຄວາມປຸງແຕ່ງ ທາງໃຈ ອັນບໍ່ເປັນໄປກັບດ້ວຍຄວາມບຽດບຽນ. ຄັນເຂົາເຮັດຄວາມປຸງແຕ່ງ

(ທັງສາມ) ດັ່ງນີ້ແລ້ວ ຍ່ອມເຂົ້າເຖິງໂລກ ອັນບໍ່ເປັນໄປກັບດ້ວຍຄວາມບຽດບຽນ ; ຜັສສະທັງຫຼາຍທີ່ບໍ່ເປັນໄປກັບດ້ວຍຄວາມບຽດບຽນ ຍ່ອມຖືກຕ້ອງເຂົາຜູ້ເຂົ້າເຖິງໂລກ ອັນບໍ່ເປັນໄປກັບດ້ວຍຄວາມບຽດບຽນ ;

ພຸດທະວະຈະນະ - ໝວດທັມ

ເຂົາອັນຜັສສະທີ່ບໍ່ເປັນໄປກັບດ້ວຍຄວາມບຽດບຽນຖືກຕ້ອງແລ້ວ ຍ່ອມສະເຫວີຍເວທະນາທີ່ບໍ່ເປັນໄປກັບດ້ວຍຄວາມບຽດບຽນ ອັນເປັນສຸຂໂດຍສ່ວນດຽວ, ດັ່ງເຊັ່ນພວກເທບສຸພະກິນຫາ.

ພິກຂຸທັງຫຼາຍ !

ນີ້ເອີ້ນວ່າ ກັມຂາວມີວິບາກຂາວ.

ພິກຂຸທັງຫຼາຍ ! ກັມທັງດໍາທັງຂາວ ມີວິບາກທັງດໍາທັງຂາວ ເປັນແນວໃດໜໍ ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ