ແກ້ກັມ
ໜ້າ/ 52
ຄວາມພໍໃຈເກີດເພາະທັມທັງຫຼາຍ ອັນເປັນຖານແຫ່ງສັນທະຣາຄະທີ່ເປັນອະດີຕ ເປັນເຊັ່ນນີ້ແລ.
ຄວາມພໍໃຈເກີດເພາະປາຣົບທັມທັງຫຼາຍ ອັນເປັນຖານແຫ່ງສັນທະຣາຄະທີ່ເປັນອະນາຄົຕ ເປັນແນວໃດໜໍ ?
ຄືບຸກຄົນຕຶກຕອງໄປເຖິງທັມ ອັນເປັນຖານແຫ່ງ ສັນທະຣາຄະທີ່ຍັງບໍ່ມາເຖິງ ເມື່ອຕຶກຕອງຕາມໄປ ຄວາມພໍໃຈ ກໍເກີດຂຶ້ນ ຜູ້ເກີດຄວາມພໍໃຈແລ້ວ ກໍຊື່ວ່າຖືກທັມເຫຼົ່ານັ້ນ ຜູກໄວ້ແລ້ວ ເຮົາກ່າວຄວາມຕິດໃຈນັ້ນ ວ່າເປັນສັງໂຍຊນ໌ ຄວາມພໍໃຈເກີດເພາະປາຣົບທັມທັງຫຼາຍ ອັນເປັນຖານແຫ່ງສັນທະຣາຄະທີ່ເປັນອະນາຄົຕ ເປັນເຊັ່ນນີ້ແລ.
ຄວາມພໍໃຈເກີດເພາະປາຣົບທັມທັງຫຼາຍ ອັນເປັນຖານແຫ່ງສັນທະຣາຄະທີ່ເປັນປັດຈຸບັນ ເປັນແນວໃດໜໍ ?
ຄືບຸກຄົນຕຶກຕອງເຖິງທັມ ອັນເປັນຖານແຫ່ງ ສັນທະ
ຣາຄະທີ່ເກີດຂຶ້ນສະເພາະໜ້າ ເມື່ອຕຶກຕອງຕາມໄປ ຄວາມພໍໃຈກໍເກີດຂຶ້ນ ຜູ້ເກີດຄວາມພໍໃຈແລ້ວ ກໍຊື່ວ່າຖືກທັມເຫຼົ່ານັ້ນຜູກໄວ້ແລ້ວ ເຮົາກ່າວຄວາມຕິດໃຈນັ້ນ ວ່າເປັນ ສັງໂຍຊນ໌ ຄວາມພໍໃຈເກີດເພາະປາຣົບທັມທັງຫຼາຍ ອັນເປັນຖານແຫ່ງສັນທະຣາຄະທີ່ເປັນປັດຈຸບັນ ເປັນເຊັ່ນນີ້ແລ.
ສະບັບ : ແກ້ກັມ
ພິກຂຸທັງຫຼາຍ ! ເຫຕ ໓ ປະການເຫຼົ່ານີ້ແລ ເປັນໄປເພື່ອຄວາມເກີດຂຶ້ນພ້ອມມູນແຫ່ງກັມ.
ພິກຂຸທັງຫຼາຍ ! (ອີກຢ່າງໜຶ່ງ) ເຫຕ ໓ ປະການນີ້ ເປັນໄປເພື່ອຄວາມເກີດຂຶ້ນພ້ອມມູນແຫ່ງກັມ.
ເຫຕ ໓ ປະການ ຄືອັນໃດແດ່ໜໍ ?
ຄື ຄວາມພໍໃຈ ບໍ່ເກີດ ເພາະປາຣົບທັມທັງຫຼາຍ ອັນເປັນຖານແຫ່ງສັນທະຣາຄະ (ຄວາມຮັກໃຄ່ພໍໃຈ) ທີ່ເປັນອະດີຕ ໑,
ຄວາມພໍໃຈ ບໍ່ເກີດ ເພາະປາຣົບທັມທັງຫຼາຍ ອັນເປັນຖານແຫ່ງສັນທະຣາຄະທີ່ເປັນອະນາຄົຕ ໑,
ຄວາມພໍໃຈ ບໍ່ເກີດ ເພາະປາຣົບທັມທັງຫຼາຍ ອັນເປັນຖານແຫ່ງສັນທະຣາຄະທີ່ເປັນປັດຈຸບັນ ໑.
ຄວາມພໍໃຈ ບໍ່ເກີດ ເພາະປາຣົບທັມທັງຫຼາຍ ອັນເປັນຖານແຫ່ງສັນທະຣາຄະທີ່ເປັນອະດີຕ ເປັນແນວໃດ ?
ຄືບຸກຄົນຮູ້ແຈ້ງຊຶ່ງວິບາກອັນຍືດຍາວຂອງທັມ ອັນເປັນຖານແຫ່ງສັນທະຣາຄະທີ່ລ່ວງລັບໄປແລ້ວ ຄັນຮູ້ແຈ້ງຊຶ່ງວິບາກອັນຍືດຍາວແລ້ວ ກັບໃຈເສຍຈາກເລື່ອງນັ້ນ ຄັນກັບໃຈໄດ້ແລ້ວ ຄາຍໃຈອອກ ກໍເຫັນແຈ້ງແທງຕະຫຼອດດ້ວຍປັນຍາ ຄວາມ
ພໍໃຈບໍ່ເກີດເພາະປາຣົບທັມທັງຫຼາຍ ອັນເປັນຖານແຫ່ງສັນທະຣາຄະທີ່ເປັນອະດີຕ ເປັນເຊັ່ນນີ້ແລ.
ພຸດທະວະຈະນະ - ໝວດທັມ
ຄວາມພໍໃຈ ບໍ່ເກີດ ເພາະປາຣົບທັມທັງຫຼາຍ ອັນເປັນຖານແຫ່ງສັນທະຣາຄະທີ່ເປັນອະນາຄົຕ ເປັນແນວໃດໜໍ ?
ຄືບຸກຄົນຮູ້ແຈ້ງຊຶ່ງວິບາກອັນຍືດຍາວຂອງທັມ ອັນເປັນຖານແຫ່ງສັນທະຣາຄະທີ່ຍັງບໍ່ມາເຖິງ ຄັນຮູ້ແຈ້ງຊຶ່ງວິບາກອັນຍືດຍາວແລ້ວ ກັບໃຈເສຍຈາກເລື່ອງນັ້ນ ຄັນກັບໃຈໄດ້ແລ້ວ ຄາຍໃຈອອກ ກໍເຫັນແຈ້ງແທງຕະຫຼອດດ້ວຍປັນຍາ ຄວາມ
ພໍໃຈ ບໍ່ເກີດ ເພາະປາຣົບທັມທັງຫຼາຍ ອັນເປັນຖານແຫ່ງສັນທະຣາຄະທີ່ເປັນອະນາຄົຕ ເປັນເຊັ່ນນີ້ແລ.
ຄວາມພໍໃຈ ບໍ່ເກີດ ເພາະປາຣົບທັມທັງຫຼາຍ ອັນເປັນຖານແຫ່ງສັນທະຣາຄະທີ່ເປັນປັດຈຸບັນ ເປັນແນວໃດໜໍ ?
ຄືບຸກຄົນຮູ້ແຈ້ງຊຶ່ງວິບາກອັນຍືດຍາວຂອງທັມ ອັນເປັນຖານແຫ່ງສັນທະຣາຄະທີ່ສະເພາະໜ້າ ຄັນຮູ້ແຈ້ງຊຶ່ງວິບາກອັນຍືດຍາວແລ້ວ ກັບໃຈເສຍຈາກເລື່ອງນັ້ນ ຄັນກັບໃຈໄດ້ແລ້ວ ຄາຍໃຈອອກ ກໍເຫັນແຈ້ງແທງຕະຫຼອດດ້ວຍປັນຍາ ຄວາມ
ພໍໃຈ ບໍ່ເກີດ ເພາະປາຣົບທັມທັງຫຼາຍ ອັນເປັນຖານແຫ່ງສັນທະຣາຄະທີ່ເປັນປັດຈຸບັນ ເປັນເຊັ່ນນີ້ແລ.
ພິກຂຸທັງຫຼາຍ ! ເຫຕ ໓ ປະການເຫຼົ່ານີ້ແລ ເປັນໄປເພື່ອຄວາມເກີດຂຶ້ນພ້ອມມູນແຫ່ງກັມ.
ຕິກ. ອັງ. ໒໐/໓໓໙/໕໕໒.
ສະບັບ : ແກ້ກັມ
໔








