ແກ້ກັມ
ໜ້າ/ 52
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ທ່ານທັງຫຼາຍ ຮູ້ຢູ່ຫຼືບໍ່ວ່າພວກເຮົາທັງຫຼາຍ ໄດ້ມີແລ້ວໃນກາລກ່ອນ ຫຼືວ່າບໍ່ໄດ້ມີ ? ”.
“ບໍ່ຮູ້ເລີຍທ່ານ !”.
ສະບັບ : ແກ້ກັມ
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ທ່ານທັງຫຼາຍ ຮູ້ຢູ່ຫຼືບໍ່ວ່າພວກເຮົາທັງຫຼາຍ ໄດ້ເຮັດກັມທີ່ເປັນບາບແລ້ວ ໃນກາລກ່ອນຫຼືວ່າພວກເຮົາບໍ່ໄດ້ເຮັດແລ້ວ ? ”.
“ບໍ່ຮູ້ເລີຍທ່ານ !”.
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ທ່ານທັງຫຼາຍ ຮູ້ຢູ່ຫຼືບໍ່ວ່າພວກເຮົາທັງຫຼາຍ ໄດ້ເຮັດກັມທີ່ເປັນບາບເຊັ່ນນີ້ ໆ ໃນກາລກ່ອນ ? ”.
“ບໍ່ຮູ້ເລີຍທ່ານ !”.
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ທ່ານທັງຫຼາຍ ຮູ້ຢູ່ຫຼືບໍ່ວ່າ (ຕັ້ງແຕ່ເຮັດຕະບະມາ) ທຸກຂ໌ມີຈຳນວນທໍ່ນີ້ ໆ ໄດ້ໝົດສິ້ນໄປແລ້ວ ແລະຈຳນວນທໍ່ນີ້ ໆ ຈະໝົດສິ້ນໄປອີກ, ຫຼືວ່າຖ້າທຸກຂ໌ໝົດສິ້ນໄປອີກຈຳນວນທໍ່ນີ້ ທຸກຂ໌ກໍຈັກບໍ່ມີເຫຼືອ ? ”.
“ບໍ່ຮູ້ໄດ້ເລີຍທ່ານ !”.
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ທ່ານທັງຫຼາຍ ຮູ້ຢູ່ຫຼືບໍ່ວ່າ ແມ່ນຫຍັງເປັນການລະເສຍຊຶ່ງສິ່ງອັນເປັນອະກຸສົລ ແລະເຮັດສິ່ງທີ່ເປັນກຸສົລໃຫ້ເກີດຂຶ້ນໄດ້ ໃນພົບປັດຈຸບັນນີ້ ? ”.
“ບໍ່ເຂົ້າໃຈເລີຍທ່ານ !”.
ພຸດທະວະຈະນະ - ໝວດທັມ
ມະຫານາມະ ! ເຮົາໄດ້ກ່າວຄໍານີ້ ກັບນິຄັນຖ໌ເຫຼົ່ານັ້ນ ສືບຕໍ່ໄປວ່າ
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ດັ່ງໄດ້ຟັງແລ້ວວ່າ ທ່ານທັງຫຼາຍ ບໍ່ຮູ້ຢູ່ ວ່າເຮົາທັງຫຼາຍໄດ້ມີແລ້ວໃນກາລກ່ອນ ຫຼືບໍ່ໄດ້ມີແລ້ວໃນກາລກ່ອນ,... ໆລໆ... ແມ່ນຫຍັງເປັນການລະເສຍຊຶ່ງສິ່ງອັນເປັນອະກຸສົລແລ້ວ ແລະເຮັດສິ່ງທີ່ເປັນກຸສົລໃຫ້ເກີດຂຶ້ນໄດ້ ໃນພົບປັດຈຸບັນນີ້. ຄັນເມື່ອບໍ່ຮູ້ເຊັ່ນນີ້ແລ້ວ (ຄວນຈະເຫັນວ່າ) ຊົນທັງຫຼາຍເຫຼົ່າໃດໃນໂລກ ທີ່ເປັນພວກນາຍພານ ມີຝ່າມືເປືຶ້ອນໄປດ້ວຍໂລຫິຕ ມີການງານຢ່າງກັກຂະລະ ພາຍຫຼັງມາເກີດເປັນມະນຸສແລ້ວ ຍ່ອມບັນພະຊາໃນພວກນິຄັນຖ໌ທັງຫຼາຍຈັ່ງຊັ້ນບໍ ? ”.
ມູ. ມ. ໑໒/໑໘໔/໒໑໙.
ສະບັບ : ແກ້ກັມ
໑໖
ສຸຂ-ທຸກຂ໌ ທີ່ໄດ້ຮັບ
ບໍ່ແມ່ນຜົລຂອງກັມເກົ່າຢ່າງດຽວ
ພິກຂຸທັງຫຼາຍ ! ເຮົາກ່າວກັບພວກນິຄັນຖ໌ນັ້ນຕໍ່ໄປອີກເຊັ່ນນີ້ວ່າ
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ພວກທ່ານຈະສໍາຄັນຄວາມຂໍ້ນັ້ນ ເປັນແນວໃດ ສະໄໝໃດ ພວກທ່ານມີຄວາມພະຍາຍາມແຮງກ້າ ມີຄວາມພຽນແຮງກ້າ ສະໄໝນັ້ນ ພວກທ່ານ ຍ່ອມສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ ແຕ່ສະໄໝໃດ ພວກທ່ານບໍ່ມີຄວາມພະຍາຍາມແຮງກ້າ ບໍ່ມີຄວາມພຽນແຮງກ້າ ສະໄໝນັ້ນ ພວກທ່ານຍ່ອມບໍ່ສະເຫວີຍເວທະນາ ອັນເປັນທຸກຂ໌ຮຸນແຮງເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ”.
ພວກນິຄັນຖ໌ຮັບວ່າ
“ພຣະໂຄດົມຜູ້ມີອາຍຸ ! ສະໄໝໃດ ພວກຂ້າພະເຈົ້າມີຄວາມພະຍາຍາມແຮງກ້າ ມີຄວາມພຽນແຮງກ້າ ສະໄໝນັ້ນ ພວກຂ້າພະເຈົ້າຍ່ອມສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ
ພຸດທະວະຈະນະ - ໝວດທັມ
ສະໄໝໃດ ພວກຂ້າພະເຈົ້າບໍ່ມີຄວາມພະຍາຍາມແຮງກ້າ ສະໄໝນັ້ນພວກຂ້າພະເຈົ້າ ຍ່ອມບໍ່ສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ ”.








