ແກ້ກັມ

ໜ້າ/ 52

ສິ່ງທີ່ແລ່ນດິ່ງໄປສຸດໂຕ່ງນັ້ນ ຄືອັນໃດໜໍ ?

ຄື ການປະກອບຕົນພົວພັນຢູ່ດ້ວຍຄວາມໃຄ່ໃນກາມທັງຫຼາຍ (ກາມະສຸຂັລລິການຸໂຢຄະ) ອັນເປັນການເຮັດທີ່ຍັງຕ່ຳ ເປັນຂອງຊາວບ້ານ ເປັນຂອງຊັ້ນປຸຖຸຊົນ ບໍ່ແມ່ນຂອງພຣະ

ອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌,

ແລະການປະກອບຄວາມພຽນ ໃນການທໍລະມານຕົນໃຫ້ລໍາບາກ (ອັຕຕະກິລະມະຖານຸໂຢຄະ) ອັນນໍາມາຊຶ່ງຄວາມທຸກຂ໌ ບໍ່ແມ່ນຂອງພຣະອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌, ສອງຢ່າງ ນີ້ແລ.

ພິກຂຸທັງຫຼາຍ ! ຂໍ້ປະຕິບັຕເປັນທາງສາຍກາງ (ມັຊຊິມາປະຕິປະທາ) ທີ່ບໍ່ດິ່ງໄປຫາສິ່ງສຸດໂຕ່ງສອງຢ່າງນັ້ນ ເປັນຂໍ້ປະຕິບັຕທີ່ຕະຖາຄົຕ ໄດ້ຕຣັສຮູ້ສະເພາະແລ້ວ ເປັນຂໍ້ປະຕິບັຕ

ພຸດທະວະຈະນະ - ໝວດທັມ

ເຮັດໃຫ້ເກີດຈັກຂຸ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມສະຫງົບ ເພື່ອຄວາມຮູ້ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເພື່ອນິບພານ.

ພິກຂຸທັງຫຼາຍ ! ຂໍ້ປະຕິບັຕທີ່ເປັນທາງສາຍກາງ ທີ່ບໍ່ດິ່ງໄປຫາທີ່ສຸດໂຕ່ງສອງຢ່າງນັ້ນ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ຂໍ້ປະຕິບັຕອັນເປັນທາງສາຍກາງນັ້ນຄື ຂໍ້ປະຕິບັຕອັນເປັນຫົນທາງອັນປະເສີດ ປະກອບຢູ່ດ້ວຍອົງຄ໌ແປດປະການ ນີ້ເອງ.

ແປດປະການ ຄືອັນໃດໜໍ ? ຄື :-

ສັມມາທິຕຖິ ສັມມາສັງກັປປະ

ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ

ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.

ມະຫາວາຣ. ສັງ. ໑໙/໕໒໘/໑໖໖໔.

ສະບັບ : ແກ້ກັມ

໑໕

ບາບກັມເກົ່າ ບໍ່ອາດໝົດໄດ້

ດ້ວຍການທໍລະມານຕົນເອງ

ມະຫານາມະ ! ຄັ້ງໜຶ່ງ ເຮົາຢູ່ທີ່ພູເຂົາຄິຊຊະກູດ ໃກ້ນະຄອນຣາຊະຄຶ, ເທື່ອນັ້ນພວກນິຄັນຖ໌ຈໍານວນຫຼາຍ ປະພຶຕວັຕຢືນຢ່າງດຽວ ງົດການນັ່ງ ຢູ່ ນະ ທີ່ກາລະສິລາ ຂ້າງພູເຂົາ

ອິສິຄິລິ, ຕ່າງປະກອບຄວາມພຽນແຮງກ້າ ສະເຫວີຍເວທະນາ ອັນເປັນທຸກຂ໌ຮຸນແຮງ ເຈັບປວດ. ມະຫານາມະ ! ເທື່ອນັ້ນ ເປັນເວລາແລງ ເຮົາອອກຈາກບ່ອນມິດງຽບແລ້ວ ໄປສູ່ກາລະສິລາ ຂ້າງພູເຂົາອິສິຄິລິ ອັນພວກນິຄັນຖ໌ປະພຶຕວັຕຢູ່, ໄດ້ກ່າວກັບພວກນິຄັນຖ໌ເຫຼົ່ານັ້ນວ່າ

“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ !

ເພາະຫຍັງໜໍ ພວກທ່ານທັງຫຼາຍຈຶ່ງປະພຶຕຢືນ ບໍ່ນັ່ງ ປະກອບຄວາມພຽນ ສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງເຈັບປວດ ? ” ດັ່ງນີ້.

ມະຫານາມະ ! ນິຄັນຖ໌ເຫຼົ່ານັ້ນໄດ້ກ່າວກັບເຮົາວ່າ

ພຸດທະວະຈະນະ - ໝວດທັມ

ທ່ານຜູ້ມີອາຍຸ ! ທ່ານນິຄັນຖະນາຕະບຸຕ ເປັນຜູ້ຮູ້ສິ່ງທັງປວງ ເຫັນສິ່ງທັງປວງ ໄດ້ຢືນຢັນຍານທັສສະນະຂອງຕົນເອງ ໂດຍບໍ່ມີການຍົກເວັ້ນວ່າ ເມື່ອເຮົາຍ່າງຢູ່ ຢືນຢູ່ ຫຼັບຢູ່ ຕື່ນຢູ່ ກໍຕາມ ຍານທັສສະນະຂອງເຮົາ ຍ່ອມປາກົດຕິດຕໍ່ກັນບໍ່ຂາດສາຍ” ດັ່ງນີ້. ທ່ານນິຄັນຖະນາຕະບຸຕນັ້ນ ກ່າວໄວ້ເຊັ່ນນີ້ວ່າ “ນິຄັນຖ໌ຜູ້ຈະເຣີນ ! ບາບກັມໃນການກ່ອນ ທີ່ໄດ້ເຮັດໄວ້ ມີຢູ່ແລ, ພວກທ່ານຈົ່ງທໍາລາຍ ກັມນັ້ນໃຫ້ໝົດສິ້ນໄປ ດ້ວຍທຸກະຣະກິຣິຍາອັນເຈັບປວດນີ້; ອັນໜຶ່ງ ເພາະການສັງລວມ ກາຍ ວາຈາ ໃຈ ໃນບັດນີ້ ຍ່ອມຊື່ວ່າບໍ່ໄດ້ເຮັດກັມ ອັນເປັນບາບອີກຕໍ່ໄປ. ເພາະການເຜົາຜານກັມເກົ່າບໍ່ມີເຫຼືອ ແລະເພາະການບໍ່ເຮັດກັມໃໝ່ ກັມຕໍ່ໄປກໍຂາດສາຍ, ເພາະກັມຂາດສາຍ ກໍດັບສິ້ນກັມ, ເພາະດັບສິ້ນກັມ ກໍສິ້ນທຸກຂ໌, ເພາະສິ້ນທຸກຂ໌ ກໍສິ້ນເວທະນາ, ເພາະສິ້ນເວທະນາ ທຸກຂ໌ທັງໝົດ ກໍເຫືອດແຫ້ງໄປ, ດັ່ງນີ້. ຄໍາສອນຂອງ ທ່ານນາຕະບຸຕນັ້ນ ເປັນທີ່ຖືກໃຈແລະຄວນແກ່ເຮົາ, ແລະພວກເຮົາກໍເປັນຜູ້ພໍໃຈຕໍ່ຄໍາສອນນັ້ນ ດ້ວຍ” ດັ່ງນີ້.

ມະຫານາມະ ! ເຮົາໄດ້ກ່າວຄໍານີ້ກັບນິຄັນຖ໌ເຫຼົ່ານັ້ນ ສືບຕໍ່ໄປວ່າ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ