ແກ້ກັມ

ໜ້າ/ 52

“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ທໍ່ທີ່ເວົ້າກັນມານີ້ ເປັນອັນວ່າ ສະໄໝໃດ ພວກທ່ານມີຄວາມພະຍາຍາມແຮງກ້າ ມີຄວາມພຽນແຮງກ້າ ສະໄໝນັ້ນ ພວກທ່ານຍ່ອມສະເຫວີຍເວທະນາ ອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ ແຕ່ສະໄໝໃດ ພວກທ່ານບໍ່ມີຄວາມພະຍາຍາມແຮງກ້າ ບໍ່ມີຄວາມພຽນແຮງກ້າ ສະໄໝນັ້ນ ພວກທ່ານຍ່ອມບໍ່ສະເຫວີຍເວທະນາ ອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ ເມື່ອເປັນເຊັ່ນນີ້ ກໍບໍ່ເປັນການສົມຄວນແກ່ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ທີ່ຈະກ່າວວ່າ ບຸກຄົນເຮົານີ້ຍ່ອມສະເຫວີຍເວທະນາ ແນວໃດ ແນວໜຶ່ງ ເປັນສຸຂກໍດີ ເປັນທຸກຂ໌ກໍດີ ບໍ່ແມ່ນທຸກຂ໌ ບໍ່ແມ່ນສຸຂກໍດີ ທັງໝົດນັ້ນ ເປັນເພາະເຫຕແຫ່ງກັມ ທີ່ຕົນເຮັດໄວ້ໃນກາລກ່ອນ ແລະວ່າເພາະໝົດກັມເກົ່າດ້ວຍຕະບະ ແລະເພາະການບໍ່ເຮັດກັມໃໝ່ ກະແສແຫ່ງກັມຕໍ່ໄປກໍບໍ່ມີ ເພາະກະແສແຫ່ງກັມຕໍ່ໄປບໍ່ມີ ກໍສິ້ນທຸກຂ໌ ເພາະສິ້ນທຸກຂ໌ ກໍສິ້ນເວທະນາ ເພາະສິ້ນເວທະນາ ທຸກຂ໌ທັງປວງກໍສູນສິ້ນໄປ ດັ່ງນີ້”.

ສະບັບ : ແກ້ກັມ

“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ຖ້າສະໄໝໃດ ພວກທ່ານມີຄວາມພະຍາຍາມແຮງກ້າ ມີຄວາມພຽນແຮງກ້າ ສະໄໝນັ້ນເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມ ພຽນພະຍາຍາມນັ້ນກໍຍັງຕັ້ງຢູ່ ຖ້າວ່າເມື່ອໃດ ພວກທ່ານບໍ່ມີຄວາມພະຍາຍາມແຮງກ້າ ບໍ່ມີຄວາມພຽນແຮງກ້າ ສະໄໝນັ້ນ ເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມພະຍາຍາມຍ່ອມຢຸດໄດ້ເອງ ເມື່ອເປັນເຊັ່ນນີ້ ພວກນິຄັນຖ໌ຜູ້ມີອາຍຸກໍຄວນກ່າວໄດ້ວ່າ ບຸກຄົນເຮົານີ້ ຍ່ອມສະເຫວີຍເວທະນາເຍື່ອງໃດເຍື່ອງໜຶ່ງ ເປັນສຸຂກໍດີ ເປັນທຸກຂ໌ກໍດີ ບໍ່ແມ່ນທຸກຂ໌

ບໍ່ແມ່ນສຸຂກໍດີ ທັງໝົດນັ້ນ ເປັນເພາະເຫຕແຫ່ງກັມ ທີ່ຕົນເຮັດໄວ້ໃນກາລກ່ອນ ໝົດກັມເກົ່າດ້ວຍຕະບະ ແລະເພາະການບໍ່ເຮັດກັມໃໝ່ ກະແສແຫ່ງກັມຕໍ່ໄປກໍບໍ່ມີ ເພາະກະແສແຫ່ງກັມຕໍ່ໄປບໍ່ມີ ກໍດັບສິ້ນກັມ ເພາະດັບສິ້ນກັມ ກໍສິ້ນທຸກຂ໌ ເພາະສິ້ນທຸກຂ໌ ກໍສິ້ນເວທະນາ ເພາະສິ້ນເວທະນາ ທຸກຂ໌ທັງປວງກໍສູນສິ້ນໄປ ດັ່ງນີ້”.

“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ກໍເພາະເຫຕທີ່ສະໄໝໃດ ພວກທ່ານມີຄວາມພະຍາຍາມແຮງກ້າ ມີຄວາມພຽນແຮງກ້າ ສະໄໝນັ້ນ ພວກທ່ານຈຶ່ງສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ ແຕ່ສະໄໝໃດ

ພຸດທະວະຈະນະ - ໝວດທັມ

ພວກທ່ານບໍ່ມີຄວາມພະຍາຍາມແຮງກ້າ ບໍ່ມີຄວາມພຽນແຮງກ້າ ສະໄໝນັ້ນ ພວກທ່ານຈຶ່ງບໍ່ສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ ພວກທ່ານນັ້ນສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມພຽນເອງໂດຍແທ້ ຍ່ອມເຊື່ອຜິດໄປ ເພາະ

ອະວິຊຊາ ຄືຄວາມບໍ່ຮູ້ ເພາະຄວາມຫຼົງວ່າບຸກຄົນເຮົານີ້ ຍ່ອມສະເຫວີຍເວທະນາເຍື່ອງໃດ ເຍື່ອງໜຶ່ງ ເປັນສຸຂກໍດີ ເປັນທຸກຂ໌ກໍດີ ບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂກໍດີ ຂໍ້ນັ້ນທັງໝົດເປັນເພາະເຫຕແຫ່ງກັມ ທີ່ຕົນເຮັດໄວ້ໃນກາລກ່ອນ ແລະວ່າເພາະໝົດກັມເກົ່າດ້ວຍຕະບະ ແລະເພາະບໍ່ເຮັດກັມໃໝ່ ກະແສແຫ່ງກັມຕໍ່ໄປກໍ

ບໍ່ມີ ເພາະກະແສແຫ່ງກັມຕໍ່ໄປບໍ່ມີ ກໍດັບສິ້ນກັມ ເພາະດັບສິ້ນກັມ ກໍສິ້ນທຸກຂ໌ ເພາະສິ້ນທຸກຂ໌ ກໍສິ້ນເວທະນາ ເພາະສິ້ນເວທະນາ ທຸກຂ໌ທັງປວງກໍສູນສິ້ນໄປ ດັ່ງນີ້”.

ພິກຂຸທັງຫຼາຍ ! ເຮົາມີຖ້ອຍຄໍາແລະຄວາມເຫັນແມ່ນເຊັ່ນນີ້ແລ ຈຶ່ງບໍ່ເລັງເຫັນການໂຕ້ຕອບ ຖ້ອຍຄໍາແລະຄວາມເຫັນອັນຖືກຕ້ອງດ້ວຍເຫຕໃດ ໆ ໃນພວກນິຄັນຖ໌.

ສະບັບ : ແກ້ກັມ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ