ແກ້ກັມ

ໜ້າ/ 52

ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນັ້ນແລ້ວ,ເຈົ້າຈົ່ງສະແດງ ຈົ່ງເປີດເຜີຍ ຈົ່ງເຮັດໃຫ້ເປັນຂອງຫງາຍ ຊຶ່ງກາຢະກັມນັ້ນ ໃນພຣະສາສດາ ຫຼືໃນເພື່ອນພຣົມມະຈາຣີ ຜູ້ເປັນວິນຍູຊົນທັງຫຼາຍ, ຄັນສະແດງ ຄັນເປີດເຜີຍ ຄັນເຮັດໃຫ້ເປັັນຂອງຫງາຍແລ້ວ ຈົ່ງເຖິງຊຶ່ງຄວາມລະວັງສັງລວມຕໍ່ໄປ.

ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນີ້ວ່າ “ກາຢະກັມທີ່ເຮົາເຮັດແລ້ວນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງດ້ວຍ ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນດ້ວຍ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍດ້ວຍ ເປັນກາຢະກັມທີ່ເປັນກຸສົລ ມີສຸຂເປັນກໍາໄລ ມີສຸຂເປັນວິບາກ” ດັ່ງນີ້,

ສະບັບ : ແກ້ກັມ

ຣາຫຸລ ! ເຈົ້າຈົ່ງຢູ່ດ້ວຍປີຕິແລະປາໂມດ ຕາມສຶກສາໃນກຸສົລທັມທັງຫຼາຍຢູ່ ທັງກາງເວັນແລະກາງຄືນເຖີ້ນ.

(ໃນສ່ວນຂອງວະຈີກັມແລະມະໂນກັມ ກໍຊົງຕຣັດໃນຮູບແບບດຽວກັນ).

ມ. ມ. ໑໓/໑໒໖/໑໒໙.

ຂໍ້ຄວນຮູ້

ເພື່ອປ້ອງກັນຄວາມເຂົ້າໃຈຜິດ

ກ່ຽວກັບເລື່ອງກັມ

ພຸດທະວະຈະນະ - ໝວດທັມ

໑໒

ການພະຍາກອນບຸກຄົນອື່ນເຮັດໄດ້ຫຼືບໍ່

ອານົນທ໌ ! ...

ເພາະກະແສແຫ່ງທັມຍ່ອມຖືກຕ້ອງບຸກຄົນ

ໃຜໜໍຈະຍ່ອມຮູ້ເຫຕນັ້ນໄດ້

ນອກຈາກຕະຖາຄົຕ.

ອານົນທ໌ ! ເພາະເຫຕນັ້ນແຫລະ

ເຈົ້າທັງຫຼາຍ

ຢ່າໄດ້ເປັນຜູ້ມັກປະມານໃນບຸກຄົນ

ແລະຢ່າໄດ້ຖືປະມານໃນບຸກຄົນ

ເພາະຜູ້ຖືປະມານໃນບຸກຄົນ

ຍ່ອມທໍາລາຍຄຸນວິເສດຂອງຕົນ

ເຮົາຫຼືຜູ້ທີ່ເໝືອນດັ່ງເຮົາ

ຍ່ອມຖືປະມານໃນບຸກຄົນໄດ້.

ທສກ. ອັງ. ໒໔/໑໕໐/໗໕.

ສະບັບ : ແກ້ກັມ

໑໓

ທຸກຂ໌ເກີດເພາະມີເຫຕປັຈຈັຍ

ອານົນທ໌ ! ຄັ້ງໜຶ່ງເຮົາຢູ່ທີ່ປ່າໄຜ່ ເປັນບ່ອນໃຫ້ອາຫານແກ່ກະແຕ ໃກ້ເມືອງຣາຊະຄຶນີ້ແຫຼະ, ເທື່ອນັ້ນ ເວລາເຊົ້າ ເຮົາຄອງຈີວອນຖືບາຕ ເພື່ອໄປບິນດະບາຕໃນເມືອງຣາຊະຄຶ ຄິດຂຶ້ນມາວ່າ ຍັງເຊົ້າເກີນໄປ ສໍາລັບການບິນດະບາຕໃນເມືອງ

ຣາຊະຄຶ ຖ້າຈັ່ງໃດ ເຮົາເຂົ້າໄປສູ່ອາຣາມຂອງປະຣິພາຊົກ ຜູ້ເປັນເດຍຣະຖີຍ໌ເຫຼົ່າອື່ນເຖີ້ນ. ເຮົາໄດ້ເຂົ້າໄປສູ່ອາຣາມຂອງປະຣິພາຊົກ ຜູ້ເປັນເດຍຣະຖີຍ໌ເຫຼົ່າອື່ນ ເຮັດສັມໂມທະນີຍະກະຖາແກ່ກັນແລະກັນ ນັ່ງລົງ ນະ ທີ່ຄວນສ່ວນຂ້າງໜຶ່ງ.

ອານົນທ໌ ! ປະຣິພາຊົກເຫຼົ່ານັ້ນ ໄດ້ກ່າວກັບເຮົາ ຜູ້ນັ່ງແລ້ວ ເຊັ່ນນີ້ວ່າ

“ທ່ານໂຄຕະມະ ! ມີສະມະນະພຣາມບາງພວກ ທີ່ກ່າວສອນເລື່ອງກັມ ຍ່ອມບັນຍັຕຄວາມທຸກຂ໌ວ່າ ເປັນສິ່ງທີ່ຕົນເຮັດເອົາດ້ວຍຕົນເອງ, ສະມະນະພຣາມບາງພວກ ທີ່ກ່າວສອນເລື່ອງກັມ ຍ່ອມບັນຍັຕຄວາມທຸກຂ໌ວ່າ ເປັນສິ່ງທີ່ຜູ້ອື່ນເຮັດໃຫ້, ມີສະມະນະພຣາມບາງພວກ ທີ່ກ່າວສອນເລື່ອງກັມ ຍ່ອມບັນຍັຕຄວາມທຸກຂ໌ວ່າ ເປັນສິ່ງທີ່ບໍ່ແມ່ນເຮັດເອງຫຼືໃຜເຮັດໃຫ້ ກໍເກີດຂຶ້ນໄດ້. ໃນເລື່ອງນີ້ ທ່ານໂຄຕະມະຂອງພວກເຮົາ ກ່າວສອນ

ພຸດທະວະຈະນະ - ໝວດທັມ

ຢູ່ແນວໃດໜໍ ? ແລະພວກເຮົາກ່າວຢູ່ແນວໃດໜໍ ? ຈຶ່ງຈະເປັນອັນກ່າວຕາມຄໍາທີ່ທ່ານໂຄຕະມະກ່າວແລ້ວ, ບໍ່ເປັນການກ່າວຕູ່ດ້ວຍຄໍາບໍ່ຈິງ ແຕ່ເປັນການກ່າວໂດຍຖືກຕ້ອງ ແລະສະຫະທັມມິກບາງຄົົນ ທີ່ກ່າວຕາມ ຈະບໍ່ພອຍກາຍເປັນຜູ້ຄວນຖືກຕິຕຽນໄປດ້ວຍ ? ” ດັ່ງນີ້.

ອານົນທ໌ ! ເຮົາໄດ້ກ່າວກັບປະຣິພາຊົກທັງຫຼາຍ ເຫຼົ່ານັ້ນວ່າ

ປະຣິພາຊົກທັງຫຼາຍ !

ເຮົາກ່າວ ທຸກຂ໌ ອາໄສເຫຕປັຈຈັຍ (ຂອງມັນເອງ ເປັນ

ລໍາດັບ ໆ) ເກີດຂຶ້ນ.

ມັນອາໄສເຫຕປັຈຈັຍຫຍັງໜໍ ?

ອາໄສເຫຕປັຈຈັຍຄື ຜັສສະ.

ຜູ້ກ່າວເຊັ່ນນີ້ແລ ຊື່ວ່າກ່າວຕົງຕາມທີ່ເຮົາກ່າວ.

ນິທານ. ສັງ. ໑໖/໔໑/໗໖.

ສະບັບ : ແກ້ກັມ

໑໔

ທາງ ໒ ສາຍທີ່ບໍ່ຄວນເດີນ

ພິກຂຸທັງຫຼາຍ ! ມີສິ່ງທີ່ແລ່ນດິ່ງໄປສຸດໂຕ່ງ (ອັນຕາ) ຢູ່ ໒ ຢ່າງ ທີ່ບັນພະຊິຕ ບໍ່ຄວນກ່ຽວຂ້ອງດ້ວຍ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ