ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ຄວນຈະກ່າວຊຶ່ງອິຫຍັງໜໍ ວ່າມີຄວາມເສົ້າໝອງໂດຍຮອບດ້ານເປັນທັມມະດາ ? ພິກຂຸ ທ. ! ຄວນຈະກ່າວຊຶ່ງບຸຕ ພັນລະຍາ ທາສຍິງ ທາສຊາຍ ແບ້ ແກະ ໄກ່ ໝູ ຊ້າງ ງົວ ມ້າ ລາ ຄໍາ ເງິນ ວ່າມີຄວາມເສົ້າໝອງໂດຍຮອບດ້ານເປັນທັມມະດາ. ພິກຂຸ ທ. ! ສິ່ງທີ່ມີຄວາມເສົ້າໝອງໂດຍຮອບດ້ານເປັນທັມມະດາ ເຫຼົ່ານັ້ນ ເປັນຂອງໜັກ ; ບຸຄຄົນໃນໂລກນີ້ ພາກັນຈົມຕິດຢູ່ ພາກັນມົວເມົາຢູ່ ພາກັນໝົກມຸ້ນຢູ່ ໃນຂອງໜັກເຫຼົ່ານັ້ນ ຈຶ່ງເຮັດໃຫ້ຕົນ ທັງທີ່ມີຄວາມເສົ້າໝອງໂດຍຮອບດ້ານເປັນທັມມະດາຢູ່ເອງແລ້ວ ກໍຍັງມົວຫຼົງສະແຫວງຫາ ສິ່ງທີ່ມີຄວາມເສົ້າ ໝອງເປັນທັມມະດາ ຢູ່ນັ້ນເອງອີກ.

ພິກຂຸ ທ. ! ນີ້ຄື ການສະແຫວງຫາທີ່ບໍ່ປະເສີດ.

ຂ. ການສະແຫວງຫາທີ່ປະເສີດ

ພິກຂຸ ທ. ! ການສະແຫວງຫາທີ່ປະເສີດ (ອະຣິຢະປະຣິເຢສະນາ) ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ຕົນເອງມີຄວາມເກີດເປັນທັມມະດາ ກໍຮູ້ຈັກໂທດໃນສິ່ງທີ່ມີຄວາມເກີດເປັນທັມມະດາ ແລ້ວ ສະແຫວງຫານິບພານ ອັນເປັນທັມບໍ່ເກີດ (ອະຊາຕະ) ເປັນທັມກະເສມຈາກໂຢຄະ ບໍ່ມີທັມອື່ນຍິ່ງກວ່າ, ຕົນເອງມີຄວາມແກ່ເປັນທັມມະດາ ກໍຮູ້ຈັກໂທດໃນສິ່ງທີ່ມີຄວາມແກ່ເປັນທັມມະດາ ແລ້ວ ສະແຫວງ ຫານິບພານ ອັນເປັນທັມບໍ່ແກ່ (ອະຊະຣະ) ເປັນທັມກະເສມຈາກໂຢຄະ ບໍ່ມີທັມອື່ນຍິ່ງກວ່າ, ຕົນເອງມີການຄວາມເຈັບໄຂ້ເປັນທັມມະດາ ກໍຮູ້ຈັກໂທດໃນສິ່ງທີ່ມີຄວາມ ເຈັບໄຂ້ເປັນທັມມະດາ ແລ້ວ ສະແຫວງຫານິບພານ ອັນເປັນທັມບໍ່ເຈັບໄຂ້

(ອັບພະຢາດິ) ເປັນທັມກະເສມຈາກໂຢຄະ ບໍ່ມີທັມອື່ນຍິ່ງກວ່າ, ຕົນເອງມີຄວາມຕາຍເປັນທັມມະດາ ກໍຮູ້ຈັກໂທດໃນສິ່ງທີ່ມີຄວາມຕາຍເປັນທັມມະດາ ແລ້ວ ສະແຫວງຫານິບພານ ອັນເປັນທັມບໍ່ຕາຍ (ອະມະຕະ) ເປັນທັມກະເສມຈາກໂຢຄະ ບໍ່ມີທັມອື່ນ

ຍິ່ງກວ່າ, ຕົນເອງມີຄວາມໂສກເປັນທັມມະດາ ກໍຮູ້ຈັກໂທດໃນສິ່ງທີ່ມີຄວາມໂສກເປັນທັມມະດາ ແລ້ວ ສະແຫວງຫານິບພານ ອັນເປັນທັມບໍ່ໂສກ (ອະໂສກະ) ເປັນທັມກະເສມຈາກໂຢຄະ ບໍ່ມີທັມອື່ນຍິ່ງກວ່າ,

໙໙໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ຕົນເອງມີຄວາມເສົ້າໝອງໂດຍຮອບເປັນທັມມະດາ ກໍຮູ້ຈັກໂທດໃນສິ່ງທີ່ມີຄວາມເສົ້າໝອງໂດຍຮອບເປັນທັມມະດາ ແລ້ວ ສະແຫວງຫານິບພານ ອັນເປັນທັມບໍ່ເສົ້າ

ໝອງໂດຍຮອບ (ອະສັງກິລິຕຖະ) ເປັນທັມກະເສມຈາກໂຢຄະ ບໍ່ມີທັມອື່ນຍິ່ງກວ່າ.

ພິກຂຸ ທ. ! ນີ້ຄື ການສະແຫວງຫາທີ່ປະເສີດ.

- ມູ. ມ. ໑໒/໓໑໖/໓໑໕.

ອຸບາຍເຄື່ອງດັບສິ້ນຕັນຫາໂດຍສັງເຂບ

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ວ່າໂດຍສັງເຂບ, ດ້ວຍຂໍ້ປະຕິບັຕພຽງທໍ່ໃດ ພິກຂຸຈຶ່ງເປັນຜູ່

ພົ້ນວິເສດແລ້ວ ເພາະຄວາມດັບສິ້ນໄປແຫ່ງຕັນຫາ ມີຄວາມສໍາເລັດເຖິງທີ່ສຸດຍິ່ງ ກະເສມຈາກໂຢຄະເຖິງທີ່ສຸດຍິ່ງ ມີພຣົມມະຈັນຣຍ໌ເຖິງທີ່ສຸດຍິ່ງ ຈົບກິຈຈ໌ເຖິງທີ່ສຸດຍິ່ງ ເປັນຜູ່ປະເສີດກວ່າເທບ ແລະ ມະນຸສສ໌ທັງຫຼາຍ ?”.

ທ່ານຜູ່ຈອບເທບ ! ຫຼັກທັມອັນພິກຂຸໃນທັມວິນັຍນີ້ ໄດ້ສະດັບແລ້ວ ຍ່ອມມີຢູ່ວ່າ “ສິ່ງທັງປວງອັນໃຜໆ ບໍ່ຄວນເຂົ້າໄປຢຶດໝັ້ນຖືໝັ້ນ (ວ່າເປັນໂຕເຮົາ-ຂອງເຮົາ)” ດັ່ງນີ້. ເມື່ອເຂົາໄດ້ສະດັບດັ່ງນີ້ແລ້ວ ຍ່ອມ ຮູ້ຍິ່ງຊຶ່ງທັມທັງປວງ, ຄັນຮູ້ຍິ່ງແລ້ວ ກໍ ຮອບຮູ້ຊຶ່ງທັມທັງປວງ, ຄັນຮອບຮູ້ແລ້ວ ໄດ້ຮູ້ສຶກຄວາມຮູ້ອັນໃດອັນໜຶ່ງ ຈັກເປັນສຸຂ ຫຼື ທຸກຂ໌ ຫຼື ບໍ່ທຸກຂ໌ບໍ່ສຸຂກໍຕາມ ເຂົາຍ່ອມ ມອງເຫັນຄວາມບໍ່ທ່ຽງແທ້ໃນຄວາມຮູ້ສຶກ (ເວທະນາ) ທັງຫຼາຍເຫຼົ່ານັ້ນ ມອງເຫັນຄວາມຄາຍກໍາໜັດ ມອງເຫັນຄວາມດັບບໍ່ເຫຼືອ ມອງເຫັນຄວາມສະລັດຄືນ ຢູ່ ເມື່ອເຂົາມອງເຫັນຄວາມບໍ່ທ່ຽງແທ້ ໃນເວທະນາທັງຫຼາຍເຫຼົ່ານັ້ນ ມອງເຫັນ (ຄືຮູ້ສຶກ) ຄວາມຄາຍກໍາໜັດ ມອງເຫັນຄວາມດັບບໍ່ເຫຼືອ ມອງເຫັນຄວາມສະລັດຄືນ (ຂອງຕົນ) ຢູ່ເນື່ອງນິດ ກໍບໍ່ຢຶດຖືດ້ວຍໃຈ ຊຶ່ງອັນໃດໃນໂລກ, ເມື່ອບໍ່ຢຶດ ກໍບໍ່ຕື່ນຕົກໃຈ, ເມື່ອບໍ່ຕື່ນຕົກໃຈ ຊື່ວ່າ ດັບສິ້ນຮອບໃນພາຍໃນ ນັ້ນແລ,

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໙໑

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ