ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຕົນເອງ ມີຄວາມເຈັບໄຂ້ ເປັນທັມມະດາຢູ່ແລ້ວ ກໍຍັງ ມົວຫຼົງສະແຫວງຫາສິ່ງທີ່ມີຄວາມເຈັບໄຂ້ ເປັນທັມມະດາຢູ່ນັ້ນເອງ, ຕົນເອງ ມີຄວາມຕາຍ ເປັນທັມມະດາຢູ່ແລ້ວ ກໍຍັງ ມົວຫຼົງສະແຫວງຫາສິ່ງທີ່ມີຄວາມຕາຍ ເປັນທັມມະດາຢູ່ນັ້ນເອງ, ຕົນເອງ ມີຄວາມໂສກ ເປັນທັມມະດາຢູ່ແລ້ວ ກໍຍັງ ມົວຫຼົງສະແຫວງຫາສິ່ງທີ່ມີຄວາມໂສກ ເປັນທັມມະດາຢູ່ນັ້ນເອງ, ຕົນເອງ ມີຄວາມເສົ້າໝອງໂດຍຮອບດ້ານ ເປັນທັມມະດາຢູ່ແລ້ວ ກໍຍັງ ມົວຫຼົງສະແຫວງຫາສິ່ງທີ່ມີຄວາມເສົ້າໝອງໂດຍຮອບດ້ານ ເປັນທັມມະດາຢູ່ນັ້ນເອງ.
ພິກຂຸ ທ. ! ຄວນຈະກ່າວຊຶ່ງອິຫຍັງໜໍ ວ່າມີຄວາມເກີດເປັນທັມມະດາ ? ພິກຂຸ ທ. ! ຄວນຈະກ່າວຊຶ່ງບຸຕ ພັນລະຍາ ທາສຍິງ ທາສຊາຍ ແບ້ ແກະ ໄກ່ ໝູ ຊ້າງ ງົວ ມ້າ ລາ ຄໍາ ເງິນ ວ່າມີຄວາມເກີດເປັນທັມມະດາ. ພິກຂຸ ທ. ! ສິ່ງທີ່ມີຄວາມເກີດເປັນທັມມະດາເຫຼົ່ານັ້ນ ເປັນຂອງໜັກ (ອຸປະທິ) ; ບຸຄຄົນໃນໂລກນີ້ ພາກັນຈົມຕິດຢູ່ ພາກັນມົວເມົາຢູ່ ພາກັນໝົກມຸ້ນຢູ່ ໃນຂອງໜັກເຫຼົ່ານັ້ນ ຈຶ່ງເຮັດໃຫ້ຕົນ ທັງທີ່ມີຄວາມເກີດເປັນ
ທັມມະດາຢູ່ເອງແລ້ວ ກໍຍັງມົວຫຼົງສະແຫວງຫາ ສິ່ງທີ່ມີຄວາມເກີດເປັນທັມມະດາ
ຢູ່ນັ້ນເອງອີກ.
ພິກຂຸ ທ. ! ຄວນຈະກ່າວຊຶ່ງອິຫຍັງໜໍ ວ່າມີຄວາມແກ່ເປັນທັມມະດາ ? ພິກຂຸ ທ. ! ຄວນຈະກ່າວຊຶ່ງບຸຕ ພັນລະຍາ ທາສຍິງ ທາສຊາຍ ແບ້ ແກະ ໄກ່ ໝູ ຊ້າງ ງົວ ມ້າ ລາ ຄໍາ ເງິນ ວ່າມີຄວາມແກ່ເປັນທັມມະດາ. ພິກຂຸ ທ. ! ສິ່ງທີ່ມີຄວາມແກ່ເປັນທັມມະດາ ເຫຼົ່ານັ້ນ ເປັນຂອງໜັກ ; ບຸຄຄົນໃນໂລກນີ້ ພາກັນຈົມຕິດຢູ່ ພາກັນມົວເມົາຢູ່ ພາກັນໝົກມຸ້ນຢູ່ ໃນຂອງໜັກເຫຼົ່ານັ້ນ ຈຶ່ງເຮັດໃຫ້ຕົນ ທັງທີ່ມີຄວາມແກ່ເປັນທັມມະດາຢູ່ເອງແລ້ວ ກໍຍັງມົວຫຼົງສະແຫວງຫາສິ່ງ ທີ່ມີຄວາມແກ່ເປັນທັມມະດາ ຢູ່ນັ້ນເອງອີກ.
໙໘໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ຄວນຈະກ່າວຊຶ່ງອິຫຍັງໜໍ ວ່າມີຄວາມເຈັບໄຂ້ເປັນທັມມະດາ ?
ພິກຂຸ ທ. ! ຄວນຈະກ່າວຊຶ່ງບຸຕ ພັນລະຍາ ທາສຍິງ ທາສຊາຍ ແບ້ ແກະ ໄກ່ ໝູ ຊ້າງ ງົວ ມ້າ ລາ ຄໍາ ເງິນ ວ່າມີຄວາມເຈັບໄຂ້ເປັນທັມມະດາ. ພິກຂຸ ທ. ! ສິ່ງທີ່ມີຄວາມ
ເຈັບໄຂ້ເປັນທັມມະດາເຫຼົ່ານັ້ນ ເປັນຂອງໜັກ ; ບຸຄຄົນໃນໂລກນີ້ ພາກັນຈົມຕິດຢູ່ ພາກັນມົວເມົາຢູ່ ພາກັນໝົກມຸ້ນຢູ່ ໃນຂອງໜັກເຫຼົ່ານັ້ນ ຈຶ່ງເຮັດໃຫ້ຕົນ ທັງທີ່ມີຄວາມເຈັບໄຂ້ເປັນທັມມະດາຢູ່ເອງແລ້ວ ກໍຍັງມົວຫຼົງສະແຫວງຫາສິ່ງ ທີ່ມີຄວາມເຈັບໄຂ້ເປັນທັມມະດາ ຢູ່ນັ້ນເອງອີກ.
ພິກຂຸ ທ. ! ຄວນຈະກ່າວຊຶ່ງອິຫຍັງໜໍ ວ່າມີຄວາມຕາຍເປັນທັມມະດາ ? ພິກຂຸ ທ. ! ຄວນຈະກ່າວຊຶ່ງບຸຕ ພັນລະຍາ ທາສຍິງ ທາສຊາຍ ແບ້ ແກະ ໄກ່ ໝູ ຊ້າງ ງົວ ມ້າ ລາ ຄໍາ ເງິນ ວ່າມີຄວາມຕາຍເປັນທັມມະດາ. ພິກຂຸ ທ. ! ສິ່ງທີ່ມີຄວາມຕາຍເປັນທັມມະດາເຫຼົ່ານັ້ນ ເປັນຂອງໜັກ ; ບຸຄຄົນໃນໂລກນີ້ ພາກັນຈົມຕິດຢູ່ ພາກັນມົວເມົາຢູ່ ພາກັນໝົກມຸ້ນຢູ່ ໃນຂອງໜັກເຫຼົ່ານັ້ນ ຈຶ່ງເຮັດໃຫ້ຕົນທັງທີ່ມີຄວາມຕາຍເປັນທັມມະດາຢູ່ເອງແລ້ວ ກໍຍັງມົວຫຼົງສະແຫວງຫາ ສິ່ງທີ່ມີຄວາມຕາຍເປັນທັມມະດາ ຢູ່ນັ້ນເອງອີກ.
ພິກຂຸ ທ. ! ຄວນຈະກ່າວຊຶ່ງອິຫຍັງໜໍ ວ່າມີຄວາມໂສກເປັນທັມມະດາ ? ພິກຂຸ ທ. ! ຄວນຈະກ່າວຊຶ່ງບຸຕ ພັນລະຍາ ທາດຍິງ ທາດຊາຍ ແບ້ ແກະ ໄກ່ ໝູ ຊ້າງ ງົວ ມ້າ ລາ ຄໍາ ເງິນ ວ່າມີຄວາມໂສກເປັນທັມມະດາ. ພິກຂຸ ທ. ! ສິ່ງທີ່ມີຄວາມໂສກເປັນທັມມະດາ ເຫຼົ່ານັ້ນ ເປັນຂອງໜັກ ; ບຸຄຄົນໃນໂລກນີ້ ພາກັນຈົມຕິດຢູ່ ພາກັນມົວເມົາຢູ່ ພາກັນໝົກມຸ້ນຢູ່ ໃນຂອງໜັກເຫຼົ່ານັ້ນ ຈຶ່ງເຮັດໃຫ້ຕົນ ທັງທີ່ມີຄວາມໂສກເປັນທັມມະດາຢູ່ເອງແລ້ວ ກໍຍັງມົວຫຼົງສະແຫວງຫາ ສິ່ງທີ່ມີຄວາມໂສກເປັນທັມມະດາ ຢູ່ນັ້ນເອງອີກ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໘໙








