ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ເຂົາຍ່ອມຮູ້ສຶກຕົນແຈ່ມແຈ້ງວ່າ “ຊາຕດັບສິ້ນແລ້ວ ພຣົມມະຈັນຣຍ໌ໄດ້ຢູ່ຈົບແລ້ວ ກິຈຈ໌ທີ່ຄວນເຮັດກໍໄດ້ເຮັດສໍາເລັດແລ້ວ ກິຈຈ໌ອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນແນວນີ້ ບໍ່ໄດ້ມີອີກ” ດັ່ງນີ້.
ທ່ານຜູ່ຈອບເທບ ! ວ່າໂດຍສັງເຂບ, ດ້ວຍຂໍ້ປະຕິບັຕພຽງທໍ່ນີ້ແລ ພິກຂຸຊື່ວ່າພົ້ນວິເສດແລ້ວເພາະຄວາມດັບສິ້ນຕັນຫາ ມີຄວາມສໍາເລັດເຖິງທີ່ສຸດຍິ່ງ ກະເສມຈາກໂຢຄະເຖິງທີ່ສຸດຍິ່ງ ມີພຣົມມະຈັນຣຍ໌ເຖິງທີ່ສຸດຍິ່ງ ຈົບກິຈຈ໌ເຖິງທີ່ສຸດຍິ່ງ ເປັນຜູ່ປະເສີດກວ່າເທບ ແລະ ມະນຸສສ໌ທັງຫຼາຍ .
- ມູ. ມ. ໑໒/໔໖໔/໔໓໔.
ຄວາມຖືກຕ້ອງ ກ່ຽວກັບ ຄວາມຮູ້ສຶກວ່າປະຕິກູລ ຫຼື ບໍ່ປະຕິກູລ
ພິກຂຸ ທ. ! ໑. ພິກຂຸ ເປັນຜູ່ ມີສັນຍາວ່າປະຕິກູລ ໃນສິ່ງທີ່ບໍ່ປະຕິກູລ ຕາມກາລອັນຄວນຢູ່ ເປັນຄວາມຖືກຕ້ອງ. ໒. ພິກຂຸ ເປັນຜູ່ ມີສັນຍາວ່າບໍ່ປະຕິກູລ ໃນສິ່ງປະຕິກູລ ຕາມກາລອັນຄວນຢູ່ ເປັນຄວາມຖືກຕ້ອງ. ໓. ພິກຂຸ ເປັນຜູ່ ມີສັນຍາວ່າປະຕິກູລ ທັງໃນສິ່ງທີ່ບໍ່ປະຕິກູລແລະສິ່ງປະຕິກູລ ຕາມກາລອັນຄວນຢູ່ ກໍເປັນຄວາມຖືກຕ້ອງ. ໔. ພິກຂຸ ເປັນຜູ່ ມີສັນຍາວ່າບໍ່ປະຕິກູລ ທັງໃນສິ່ງປະຕິກູລແລະ ບໍ່ປະຕິກູລ ຕາມກາລອັນຄວນຢູ່ ກໍເປັນຄວາມຖືກຕ້ອງ. ໕. ພິກຂຸ ເວັ້ນຂາດຈາກຄວາມຮູ້ສຶກວ່າ ສິ່ງບໍ່ປະຕິກູລ ແລະສິ່ງປະຕິກູລເສຍທັງສອງຢ່າງ ເປັນຜູ່ຢູ່ອຸເປກຂາ ມີສະຕິສັມປະຊັນຍະ ຕາມກາລອັນຄວນຢູ່ ກໍເປັນຄວາມຖືກຕ້ອງ.
ພິກຂຸ ທ. ! ເພາະອາໄສອໍານາດປະໂຍຊນ໌ອັນໃດໜໍ ພິກຂຸຈຶ່ງ ເປັນຜູ່ມີສັນຍາວ່າປະຕິກູລໃນສິ່ງບໍ່ປະຕິກູລຢູ່ ? ພິກຂຸ ທ. ! ເພາະອາໄສອໍານາດປະໂຍຊນ໌ຂໍ້ນີ້ວ່າ
“ຣາຄະຢ່າບັງເກີດຂຶ້ນແກ່ເຮົາ ໃນທັມເປັນທີ່ຕັ້ງແຫ່ງຣາຄະ” ດັ່ງນີ້ ພິກຂຸ ຈຶ່ງເປັນຜູ່ມີສັນຍາວ່າປະຕິກູລ ໃນສິ່ງບໍ່ປະຕິກູລຢູ່.
໙໙໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ເພາະອາໄສອໍານາດປະໂຍຊນ໌ອັນໃດໜໍ ພິກຂຸຈຶ່ງ ເປັນຜູ່ມີສັນຍາວ່າ
ບໍ່ປະຕິກູລ ໃນສິ່ງປະຕິກູລຢູ່ ? ພິກຂຸ ທ. ! ເພາະອາໄສອໍານາດປະໂຍຊນ໌ຂໍ້ນີ້ວ່າ “ໂທສະຢ່າບັງເກີດຂຶ້ນແກ່ເຮົາ ໃນທັມເປັນທີ່ຕັ້ງແຫ່ງໂທສະ” ດັ່ງນີ້ ພິກຂຸຈຶ່ງເປັນຜູ່ມີສັນຍາວ່າບໍ່ປະຕິກູລ ໃນສິ່ງປະຕິກູລຢູ່.
ພິກຂຸ ທ. ! ເພາະອາໄສອໍານາດປະໂຍຊນ໌ອັນໃດໜໍ ພິກຂຸຈຶ່ງ ເປັນຜູ່ມີສັນຍາວ່າປະຕິກູລ ທັງໃນສິ່ງບໍ່ປະຕິກູລ ແລະ ສິ່ງປະຕິກູລຢູ່ ? ພິກຂຸ ທ. ! ເພາະອາໄສອໍານາດປະໂຍຊນ໌ຂໍ້ນີ້ວ່າ “ຣາຄະຢ່າບັງເກີດຂຶ້ນແກ່ເຮົາ ໃນທັມເປັນທີ່ຕັ້ງແຫ່ງຣາຄະ. ໂທສະຢ່າບັງເກີດຂຶ້ນແກ່ເຮົາ ໃນທັມເປັນທີ່ຕັ້ງແຫ່ງໂທສະ” ດັ່ງນີ້ ພິກຂຸຈຶ່ງເປັນຜູ່ມີສັນຍາວ່າປະຕິກູລ ໃນສິ່ງບໍ່ປະຕິກູລແລະສິ່ງປະຕິກູລຢູ່.
ພິກຂຸ ທ. ! ເພາະອາໄສອໍານາດປະໂຍຊນ໌ອັນໃດໜໍ ພິກຂຸຈຶ່ງ ເປັນຜູ່ມີສັນຍາວ່າບໍ່ປະຕິກູລ ທັງໃນສິ່ງປະຕິກູລ ແລະ ສິ່ງບໍ່ປະຕິກູລຢູ່ ? ພິກຂຸ ທ. ! ເພາະອາໄສອໍານາດປະໂຍຊນ໌ຂໍ້ນີ້ວ່າ “ໂທສະຢ່າບັງເກີດຂຶ້ນແກ່ເຮົາ ໃນທັມເປັນທີ່ຕັ້ງແຫ່ງໂທສະ. ຣາຄະກໍຢ່າບັງເກີດຂຶ້ນແກ່ເຮົາ ໃນທັມເປັນທີ່ຕັ້ງແຫ່ງຣາຄະ” ດັ່ງນີ້ ພິກຂຸ ຈຶ່ງເປັນຜູ່ມີສັນຍາວ່າບໍ່ປະຕິກູລ ໃນສິ່ງປະຕິກູລ ແລະສິ່ງບໍ່ປະຕິກູລຢູ່.
ພິກຂຸ ທ. ! ເພາະອາໄສອໍານາດປະໂຍຊນ໌ອັນໃດໜໍ ພິກຂຸຈຶ່ງ ເວັ້ນຂາດຈາກຄວາມຮູ້ສຶກວ່າ ສິ່ງບໍ່ປະຕິກູລ ແລະສິ່ງປະຕິກູລເສຍທັງສອງຢ່າງ ເປັນຜູ່ຢູ່ອຸເປກຂາ ມີສະຕິສັມປະຊັນຍະຢູ່ ? ພິກຂຸ ທ. ! ເພາະອາໄສອໍານາດປະໂຍຊນ໌ຂໍ້ນີ້ວ່າ “ຣາຄະຢ່າບັງເກີດຂຶ້ນແກ່ເຮົາ ໃນທັມເປັນທີ່ຕັ້ງແຫ່ງຣາຄະ ໃນສ່ວນໃດໆ ໃນບ່ອນໃດໆ ຊະນິດໃດໆ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໙໓
ໂທສະກໍຢ່າບັງເກີດຂຶ້ນແກ່ເຮົາ ໃນທັມເປັນທີ່ຕັ້ງແຫ່ງໂທສະ ໃນສ່ວນໃດໆ ໃນບ່ອນໃດໆ ຊະນິດໃດໆ. ໂມຫະກໍຢ່າບັງເກີດຂຶ້ນແກ່ເຮົາ ໃນທັມເປັນທີ່ຕັ້ງແຫ່ງໂມຫະ ໃນສ່ວນໃດໆ ໃນບ່ອນໃດໆ ຊະນິດໃດໆ” ດັ່ງນີ້ ພິກຂຸຈຶ່ງເວັ້ນຂາດຈາກຄວາມຮູ້ສຶກວ່າສິ່ງບໍ່ປະຕິກູລ ແລະສິ່ງປະຕິກູລເສຍທັງສອງຢ່າງ ເປັນຜູ່ຢູ່ອຸເປກຂາ ມີສະຕິ ສັມປະຊັນຍະຢູ່, ດັ່ງນີ້ແລ.
- ປັນຈກ. ອັງ. ໒໒/໑໘໙/໑໔໔.
ພິກຂຸ ບໍ່ໄດ້ຈະເຣີນພາວະນາເພື່ອໃຫ້ໄດ້ຮູບທິບ ສຽງທິບ








