ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມ ເຫັນຊຶ່ງຈັກຂຸວ່າ ເປັນອະນັຕຕາ ; ຍ່ອມເຫັນຊຶ່ງ ຮູບ ທັງຫຼາຍ ວ່າເປັນອະນັຕຕາ ; ຍ່ອມເຫັນຊຶ່ງ ຈັກຂຸວິນຍານ ວ່າເປັນອະນັຕຕາ ; ຍ່ອມເຫັນຊຶ່ງ ຈັກຂຸສັມຜັສ ວ່າເປັນເປັນອະນັຕຕາ ; ຍ່ອມເຫັນຊຶ່ງ ເວທະນາ ອັນເປັນສຸຂ ເປັນທຸກຂ໌ ຫຼື ເປັນອະທຸກຂະມະສຸຂະ ທີ່ເກີດຂຶ້ນເພາະຈັກຂຸສັມຜັສ ເປັນປັຈຈັຍ ວ່າ ເປັນເປັນອະນັຕຕາ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໘໕
(ກໍລະນີແຫ່ງ ໂສຕະ ຄານະ ຊິວຫາ ກາຢະ ແລະ ມະນະ ກໍໄດ້ຕຣັດຕໍ່ໄປດ້ວຍຂໍ້ຄວາມແນວດຽວກັນທຸກໂຕອັກສອນ ຕ່າງກັນຕ່ຊື່ທໍ່ນັ້ນ).
ພິກຂຸ ທ. ! ນີ້ແລ ຄືປະຕິປະທາເປັນທີ່ສະບາຍແກ່ການບັນລຸນິບພານ ນັ້ນ.
- ສລາ. ສັງ. ໑໘/໑໖໘/໒໓໔.
(ອີກໄນຍະໜຶ່ງ)
ພິກຂຸ ທ. ! ເຮົາຈະສະແດງ ປະຕິປະທາເປັນທີ່ສະບາຍແກ່ການບັນລຸນິບພານ ແກ່ພວກເຈົ້າ. ພວກເຈົ້າຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ ເຮົາຈະກ່າວ. ພິກຂຸ ທ. ! ປະຕິປະທາເປັນທີ່ສະບາຍແກ່ການບັນລຸນິບພານນັ້ນ ເປັນແນວໃດໜໍ ? ນັ້ນ ເປັນແນວນີ້ ຄື :
ພິກຂຸ ທ. ! ພວກເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ; ຈັກຂຸ ທ່ຽງ ຫຼື ບໍ່ທ່ຽງ ?
“ບໍ່ທ່ຽງ ຂ້ານ້ອຍ !” ສິ່ງໃດບໍ່ທ່ຽງ, ສິ່ງນັ້ນເປັນທຸກຂ໌ ຫຼື ສຸຂໜໍ ? “ເປັນທຸກຂ໌ ຂ້ານ້ອຍ !”
ສິ່ງໃດບໍ່ທ່ຽງເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ, ຄວນຫຼືທີ່ຈະຕາມເຫັນສິ່ງນັ້ນວ່າ “ນັ້ນຂອງເຮົາ, ນັ້ນເປັນເຮົາ, ນັ້ນເປັນອັຕຕາຂອງເຮົາ” ດັ່ງນີ້ ? “ບໍ່ຄວນຕາມເຫັນເຊັ່ນນັ້ນ ຂ້ານ້ອຍ !”.
(ຕໍ່ໄປ ໄດ້ຕຣັດຖາມ ແລະ ພິກຂຸຕອບ ກ່ຽວກັບ ຮູບ ... ຈັກຂຸວິນຍານ ... ຈັກຂຸສັມຜັສ ... ຈັກຂຸສັມຜັສສະຊາເວທະນາ, ຊຶ່ງມີຂໍ້ຄວາມແນວດຽວກັນກັບ ໃນກໍລະນີແຫ່ງຈັກຂຸນັ້ນທຸກປະການ ຕ່າງກັນແຕ່ຊື່ທໍ່ນັ້ນ.
ເມື່ອຕຣັດຂໍ້ຄວາມ ໃນກໍລະນີແຫ່ງອາຢະຕະນິກະທັມໝວດຈັກຂຸ ຈົບລົງດັ່ງນີ້ແລ້ວ ໄດ້ຕຣັດຂໍ້ຄວາມ ໃນກໍລະນີແຫ່ງ ອາຢະຕະນິກະທັມໝວດໂສຕະ ໝວດຄານະ ໝວດຊິວຫາ ໝວດກາຢະ ແລະ ໝວດມະນະ ຕໍ່ໄປອີກ, ຊຶ່ງມີຂໍ້ຄວາມທີ່ຕຣັດແນວດຽວກັນກັບ ໃນກໍລະນີແຫ່ງອາຢະຕະນິກະທັມ ໝວດຈັກຂຸນັ້ນທຸກປະການ ຕ່າງກັນແຕ່ພຽງຊື່ທໍ່ນັ້ນ, ຜູ່ສຶກສາຍ່ອມທຽບຄຽງໄດ້ເອງ).
໙໘໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ອະຣິຍະສາວົກຜູ່ມີການສະດັບ ເມື່ອເຫັນຢູ່ແນວນີ້ ຍ່ອມ ເບື່ອໜ່າຍແມ່ນແຕ່ໃນຈັກຂຸ ຍ່ອມເບື່ອໜ່າຍແມ່ນແຕ່ໃນ ຮູບ ຍ່ອມເບື່ອໜ່າຍແມ່ນແຕ່ໃນ ຈັກຂຸວິນຍານ ຍ່ອມເບື່ອໜ່າຍແມ່ນແຕ່ໃນ ຈັກຂຸສັມຜັສ ຍ່ອມເບື່ອໜ່າຍແມ່ນແຕ່ໃນ ເວທະນາ ອັນເປັນສຸຂ ເປັນທຸກຂ໌ ຫຼື ເປັນອະທຸກຂະມະສຸຂະ ທີ່ເກີດຂຶ້ນເພາະຈັກຂຸສັມຜັສເປັນປັຈຈັຍ ; (ໃນກໍລະນີແຫ່ງ ອາຢະຕະນິກະທັມ ໝວດ ໂສຕະ - ຄານະ - ຊິວຫາ - ກາຢະ - ມະນະ ກໍໄດ້ຕຣັດຕໍ່ໄປອີກ ໂດຍໄນຍະແນວດຽວກັນກັບກໍລະນີ ແຫ່ງອາຢະຕະນິກະທັມໝວດຈັກຂຸນີ້) ; ເມື່ອເບື່ອໜ່າຍ ຍ່ອມ ຄາຍກໍາໜັດ ; ຍ້ອນຄາຍກໍາໜັດ ຍ່ອມ ຫຼຸດພົ້ນ ; ເມື່ອຫຼຸດພົ້ນແລ້ວ ຍ່ອມມີ ຍານຢັ່ງຮູ້ ວ່າຫຼຸດພົ້ນແລ້ວ. ອະຣິຍະສາວົກນັ້ນ ຍ່ອມ
ຮູ້ແຈ້ງ ວ່າ : “ຊາຕດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິຈຈ໌ທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິຈຈ໌ອື່ນທີ່ຈະຕ້ອງເຮັດເພື່ອການຫຼຸດພົ້ນແນວນີ້ ບໍ່ໄດ້ມີອີກ”.
ພິກຂຸ ທ. ! ນີ້ແລ ຄືປະຕິປະທາເປັນທີ່ສະບາຍແກ່ການບັນລຸນິບພານນັ້ນ.
- ສລາ. ສັງ. ໑໘/໑໖໙/໒໓໕.
ການຮູ້ຈັກສະແຫວງຫາຂອງມະນຸສ
ກ. ການສະແຫວງຫາທີ່ບໍ່ປະເສີດ
ພິກຂຸ ທ. ! ການສະແຫວງຫາທີ່ບໍ່ປະເສີດ (ອະນະຣິຢະປະຣິເຢສະນາ) ເປັນແນວໃດໜໍ ?
ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ຕົນເອງ ມີຄວາມເກີດ ເປັນທັມມະດາຢູ່ແລ້ວ ກໍຍັງ ມົວຫຼົງສະແຫວງຫາສິ່ງທີ່ມີຄວາມເກີດ ເປັນທັມມະດາຢູ່ນັ້ນເອງ. ຕົນເອງ ມີຄວາມແກ່ ເປັນທັມມະດາຢູ່ແລ້ວ ກໍຍັງ ມົວຫຼົງສະແຫວງຫາສິ່ງທີ່ມີຄວາມແກ່ ເປັນທັມມະດາຢູ່ນັ້ນເອງ,
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໘໗








