ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ອະຣິຍະສາວົກຜູ່ມີການສະດັບ ເມື່ອເຫັນຢູ່ແນວນີ້ ຍ່ອມເບື່ອໜ່າຍທັງໃນຮູບ ... ເວທະນາ ... ສັນຍາ ... ສັງຂາຣ ...ວິນຍານ ; ເມື່ອເບື່ອໜ່າຍ ຍ່ອມຄາຍ

ກໍາໜັດ ; ເພາະຄາຍກໍາໜັດ ຍ່ອມຫຼຸດພົ້ນ ; ເມື່ອຫຼຸດພົ້ນແລ້ວ ຍ່ອມມີຍານຮູ້ວ່າຫຼຸດພົ້ນແລ້ວ. ອະຣິຍະສາວົກນັ້ນ ຍ່ອມຮູ້ແຈ້ງວ່າ : “ຊາຕດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ. ກິຈຈ໌ທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິຈຈ໌ອື່ນເພື່ອຄວາມຫຼຸດພົ້ນແນວນີ້ ບໍ່ໄດ້ມີອີກ” ດັ່ງນີ້.

- ຂັນທ. ສັງ. ໑໗/໘໒ - ໘໔/໑໒໗ - ໑໓໐.

ຂ. ຕາມໄນຍະແຫ່ງບາລີອະນິຈຈະວັຄຄະ ສະລາຢະຕະນະສັງຄະຢຸຕະ

(ພຣະບາລີນີ້ ແທນທີ່ຈະສະແດງວັຕຖຸແຫ່ງການພິຈາຣະນາ ໂດຍໄນຍະແຫ່ງຂັນທ໌ຫ້າ ແຕ່ ສະແດງໂດຍ ອາຍະຕະນະພາຍໃນຫົກ ອາຍະຕະນະພາຍນອກຫົກ ມີຫຼັກແຫ່ງວິທີພິຈາຣະນາແນວດຽວກັບໄນຍະບາລີອະນັຕຕະລັກຂະນາສູຕຂ້າງເທິງ. - ສລາ. ສັງ. ໑໘/໑-໓ /໑-໖).

ຄ. ຕາມໄນຍະແຫ່ງທັມມະປະດະບາລີ

ເມື່ອໃດບຸຄຄົນເຫັນດ້ວຍປັນຍາວ່າ : “ສັງຂາຣທັງປວງ ບໍ່ທ່ຽງ” ;

ເມື່ອນັ້ນ ເຂົາຍ່ອມເບື່ອໜ່າຍໃນສິ່ງທີ່ເປັນທຸກຂ໌ທີ່ຕົນຫຼົງ ; ນັ້ນແຫຼະ

ເປັນຫົນທາງແຫ່ງພຣະນິບພານ ອັນເປັນທັມໝົດຈົດ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໘໓

ເມື່ອໃດບຸຄຄົນເຫັນດ້ວຍປັນຍາວ່າ : “ສັງຂາຣທັງປວງ ເປັນທຸກຂ໌” ;

ເມື່ອນັ້ນ ເຂົາຍ່ອມເບື່ອໜ່າຍໃນສິ່ງທີ່ເປັນທຸກຂ໌ທີ່ຕົນຫຼົງ ; ນັ້ນແຫຼະ

ເປັນຫົນທາງແຫ່ງພຣະນິບພານ ອັນເປັນທັມໝົດຈົດ.

ເມື່ອໃດບຸຄຄົນເຫັນດ້ວຍປັນຍາວ່າ : “ທັມທັງປວງ ເປັນອະນັຕຕາ” ;

ເມື່ອນັ້ນ ເຂົາຍ່ອມເບື່ອໜ່າຍໃນສິ່ງທີ່ເປັນທຸກຂ໌ທີ່ຕົນຫຼົງ ; ນັ້ນແຫຼະ

ເປັນຫົນທາງແຫ່ງພຣະນິບພານ ອັນເປັນທັມໝົດຈົດ.

- ທ. ຂຸ. ໒໕/໕໑/໓໐.

ຄວາມສະດວກສະບາຍແກ່ການດັບຂອງກິເລສ (ນິບພານ)

ພິກຂຸ ທ. ! ເຮົາຈະສະແດງ ປະຕິປະທາເປັນທີ່ສະບາຍແກ່ການບັນລຸ

ນິບພານ ແກ່ພວກເຈົ້າ. ພວກເຈົ້າຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ ເຮົາຈະກ່າວ. ພິກຂຸ ທ. ! ປະຕິປະທາເປັນທີ່ສະບາຍແກ່ການບັນລຸນິບພານນັ້ນ ເປັນແນວໃດໜໍ ?

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມ ເຫັນຊຶ່ງຈັກຂຸ ວ່າ ບໍ່ທ່ຽງ ; ຍ່ອມເຫັນຊຶ່ງ ຮູບ ທັງຫຼາຍ ວ່າ ບໍ່ທ່ຽງ ; ຍ່ອມເຫັນຊຶ່ງ ຈັກຂຸວິນຍານ ວ່າ ບໍ່ທ່ຽງ ; ຍ່ອມເຫັນຊຶ່ງ ຈັກຂຸສັມຜັສ ວ່າ ບໍ່ທ່ຽງ ; ຍ່ອມເຫັນຊຶ່ງ ເວທະນາ ອັນເປັນສຸຂ ເປັນທຸກຂ໌ ຫຼື ເປັນອະທຸກຂະມະສຸຂະ ທີ່ເກີດຂຶ້ນເພາະຈັກຂຸສັມຜັສເປັນປັຈຈັຍ ວ່າ ບໍ່ທ່ຽງ.

(ກໍລະນີແຫ່ງ ໂສຕະ ຄານະ ຊິວຫາ ກາຢະ ແລະ ມະນະ ກໍໄດ້ຕຣັດຕໍ່ໄປດ້ວຍຂໍ້ຄວາມເຊັ່ນດຽວກັນທຸກໂຕອັກສອນ ຕ່າງກັນແຕ່ຊື່ທໍ່ນັ້ນ).

ພິກຂຸ ທ. ! ນີ້ແລ ຄືປະຕິປະທາເປັນທີ່ສະບາຍແກ່ການບັນລຸນິບພານ ນັ້ນ.

- ສລາ. ສັງ. ໑໘/໑໖໗/໒໓໒.

໙໘໔ ອະຣິຍະສັຈຈ໌ຈາກພຣະໂອຖະ

(ອີກໄນຍະໜຶ່ງ)

ພິກຂຸ ທ. ! ເຮົາຈະສະແດງ ປະຕິປະທາເປັນທີ່ສະບາຍແກ່ການບັນລຸ

ນິບພານ ແກ່ພວກເຈົ້າ. ພວກເຈົ້າຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ ເຮົາຈະກ່າວ. ພິກຂຸ ທ. ! ປະຕິປະທາເປັນທີ່ສະບາຍແກ່ການບັນລຸນິບພານນັ້ນ ເປັນແນວໃດໜໍ ?

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມເຫັນຊຶ່ງຈັກຂຸວ່າ ເປັນທຸກຂ໌ ; ຍ່ອມເຫັນຊຶ່ງ ຮູບ ທັງຫຼາຍ ວ່າ ເປັນທຸກຂ໌ ; ຍ່ອມເຫັນຊຶ່ງ ຈັກຂຸວິນຍານ ວ່າ ເປັນທຸກຂ໌ ; ຍ່ອມເຫັນຊຶ່ງ ຈັກຂຸສັມຜັສ ວ່າ ເປັນທຸກຂ໌ ; ຍ່ອມເຫັນຊຶ່ງ ເວທະນາ ອັນເປັນສຸຂ ເປັນທຸກຂ໌ ຫຼື ເປັນອະທຸກຂະມະສຸຂະ ທີ່ເກີດຂຶ້ນເພາະຈັກຂຸສັມຜັສ ເປັນປັຈຈັຍ ວ່າ ເປັນທຸກຂ໌.

(ກໍລະນີແຫ່ງ ໂສຕະ ຄານະ ຊິວຫາ ກາຢະ ແລະ ມະນະ ກໍໄດ້ຕຣັດຕໍ່ໄປດ້ວຍຂໍ້ຄວາມແນວດຽວກັນທຸກໂຕອັກສອນ ຕ່າງກັນຕ່ຊື່ທໍ່ນັ້ນ).

ພິກຂຸ ທ. ! ນີ້ແລ ຄືປະຕິປະທາເປັນທີ່ສະບາຍແກ່ການບັນລຸນິບພານ ນັ້ນ.

- ສລາ. ສັງ. ໑໘/໑໖໘/໒໓໓.

(ອີກໄນຍະໜຶ່ງ)

ພິກຂຸ ທ. ! ເຮົາຈະສະແດງ ປະຕິປະທາເປັນທີ່ສະບາຍແກ່ການບັນລຸນິບພານ ແກ່ພວກເຈົ້າ. ພວກເຈົ້າຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ ເຮົາຈະກ່າວ. ພິກຂຸ ທ. ! ປະຕິປະທາເປັນທີ່ສະບາຍແກ່ການບັນລຸນິບພານນັ້ນ ເປັນແນວໃດໜໍ ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ