ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

໙໘໐ ອະຣິຍະສັຈຈ໌ຈາກພຣະໂອຖະ

(ໃນກໍລະນີແຫ່ງ ອາຍະຕະນິກະທັມ ໕ ໝວດຮຽງຕໍ່ໄປ ຄື : ໝວດໂສຕະ ຄານະ ຊິວຫາ ກາຢະ ແລະ ມະນະ ກໍມີຂໍ້ຄວາມດັ່ງດຽວກັນກັບຂ້າງເທິງນີ້ ຕ່າງແຕ່ຊື່ທັມ ທີ່ຕ້ອງປ່ຽນໄປຕາມໝວດ ນັ້ນໆ ທໍ່ນັນ ; ລວມເປັນທັມທີ່ຖືກຮູ້ເຫັນ ໂດຍຄວາມເປັນທຸກຂັງ ທັງໝົດ ໓໐ ຢ່າງ).

- ສລາ. ສັງ. ໑໘/໑໘໕/໒໕໔.

ການເຫັນຊະນິດລະອັຕຕານຸທິຕຖິໄດ້

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ເມື່ອບຸຄຄົນຮູ້ຢູ່ແນວໃດ ເຫັນຢູ່ແນວໃດ ອັຕຕານຸທິຕຖິຍ່ອມ

ລະໄປ ຂ້ານ້ອຍ ?”.

ພິກຂຸ ! ເມື່ອບຸຄຄົນຮູ້ຢູ່ເຫັນຢູ່ຊຶ່ງ ຈັກຂຸ ໂດຍຄວາມເປັນອະນັຕຕາ ອັຕຕານຸທິຕຖິຍ່ອມລະໄປ. ເມື່ອບຸຄຄົນຮູ້ຢູ່ເຫັນຢູ່ຊຶ່ງ ຮູບ ທ. ໂດຍຄວາມເປັນອະນັຕຕາ ອັຕຕາ ນຸທິຕຖິຍ່ອມລະໄປ. ເມື່ອບຸຄຄົນຮູ້ຢູ່ເຫັນຢູ່ຊຶ່ງ ຈັກຂຸວິນຍານ ໂດຍຄວາມເປັນ

ອະນັຕຕາ ອັຕຕານຸທິຕຖິຍ່ອມລະໄປ. ເມື່ອບຸຄຄົນຮູ້ຢູ່ເຫັນຢູ່ຊຶ່ງ ຈັກຂຸສັມຜັສ ໂດຍຄວາມເປັນອະນັຕຕາ ອັຕຕານຸທິຕຖິຍ່ອມລະໄປ. ເມື່ອບຸຄຄົນຮູ້ຢູ່ເຫັນຢູ່ຊຶ່ງ ເວທະນາ ອັນເປັນສຸຂກໍຕາມ ອັນເປັນທຸກຂ໌ກໍຕາມ ອັນເປັນອະທຸກຂະມະສຸຂະກໍຕາມ ທີ່ເກີດຂຶ້ນເພາະຈັກຂຸສັມຜັສເປັນປັຈຈັຍ ໂດຍຄວາມເປັນອະນັຕຕາ ອັຕຕາ ນຸທິຕຖິຍ່ອມລະໄປ.

(ໃນກໍລະນີແຫ່ງ ອາຍະຕະນິກະທັມ ໕ ໝວດ ຮຽງຕໍ່ໄປ ຄື : ໝວດໂສຕະ ຄານະ ຊິວຫາ ກາຢະ ແລະ ມະນະ ກໍມີຂໍ້ຄວາມດັ່ງດຽວກັນກັບຂ້າງເທິງນີ້ ຕ່າງແຕ່ຊື່ທັມ ທີ່ຕ້ອງປ່ຽນໄປຕາມໝວດ ນັ້ນໆ ທໍ່ນັນ ; ລວມເປັນທັມທີ່ຖືກຮູ້ເຫັນ ໂດຍຄວາມເປັນອະນັຕຕາ ທັງໝົດ ໓໐ ຢ່າງ).

ພິກຂຸ ! ເມື່ອບຸຄຄົນ ຮູ້ຢູ່ແນວນີ້ ເຫັນຢູ່ແນວນີ້ແລ ອັຕຕານຸທິຕຖິຍ່ອມລະໄປ.

- ສລາ. ສັງ. ໑໘/໑໘໖/໒໕໖.

(ການພິຈາຣະນາເຫັນອາຢະຕະນິກະທັມ ໂດຍລັກສະນະທັງສາມ ຄື ອະນິຈຈັງ ທຸກຂັງ ອະນັຕຕາ ດັ່ງກ່າວມາໃນ ໓ ຫົວຂໍ້ເທິງນີ້ ກໍຈັດເປັນສັມມາທິຕຖິແບບໜຶ່ງ ຈຶ່ງນໍາເອົາມາໃສ່ໄວ້ໃນໝວດນີ້).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໘໑

ການເຫັນຊະນິດທີ່ລະມິຈສາທິຕຖິ ທີ່ປາຣົບອັຕຕາແລະໂລກ

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ບັນດາທິຕຖິທີ່ປະກອບດ້ວຍວາທະວ່າ ຕົນ ຫຼືປະກອບດ້ວຍວາທະວ່າ ໂລກ ເກີດຂຶ້ນຢູ່ໃນໂລກມີຢູ່. ຂ້າແຕ່ພຣະອົງຜູ່ຈະເຣີນ ! ພິກຂຸ ຈະຕັ້ງຕົ້ນເຮັດໃນໃຈແນວໃດ ຈຶ່ງຈະລະທິຕຖິເຫຼົ່ານັ້ນໄດ້ ຈຶ່ງຈະສະຫຼັດຄືນທິຕຖິເຫຼົ່ານັ້ນໄດ້ ຂ້ານ້ອຍ ?”.

ຈຸນທະ ! ບັນດາທິຕຖິທີ່ປະກອບດ້ວຍວາທະວ່າ ຕົນ ຫຼື ປະກອບດ້ວຍວາທະວ່າ ໂລກ ເກີດຂຶ້ນໃນໂລກມີຢູ່ ມັນເກີດຂຶ້ນໃນອາຣົມໃດ ນອນຕາມຢູ່ໃນອາຣົມໃດ ຮຽກຮ້ອງຢູ່ໃນອາຣົມໃດ, ເມື່ອພິກຂຸເຫັນຢູ່ດ້ວຍປັນຍາໂດຍຖືກຕ້ອງ ຕາມເປັນຈິງຊຶ່ງອາຣົມເຫຼົ່ານັ້ນ ແນວນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເປັນເຮົາ ນັ້ນບໍ່ແມ່ນ

ໂຕຕົນຂອງເຮົາ” ດັ່ງນີ້, ການລະຊຶ່ງທິຕຖິເຫຼົ່ານັ້ນ ການສະລັດຄືນຊຶ່ງທິຕຖິເຫຼົ່ານັ້ນ

ທີ່ເກີດຂຶ້ນແລ້ວແນວນີ້ ກໍຍ່ອມມີ.

- ມູ. ມ. ໑໒/໗໒/໑໐໐-໑໐໑.

ການເຫັນໄຕຣລັກ ເປັນທາງແຫ່ງຄວາມຫຼຸດພົ້ນ

ກ. ຕາມໄນຍະແຫ່ງອະນັຕຕະລັກຂະນະສູຕ

ພິກຂຸ ທ. ! ຮູບ ... ເວທະນາ ... ສັນຍາ ... ສັງຂາຣ ... ວິນຍານ ຢ່າງໃດຢ່າງໜຶ່ງ ອັນເປັນ ອະດີຕ ອະນາຄົຕ ຫຼື ປັຈຈຸບັນ ມີໃນພາຍໃນ ຫຼື ພາຍນອກກໍຕາມ ຫຍາບ ຫຼື ລະອຽດກໍຕາມ ຕໍ່າຊາມ ຫຼື ປະນີຕກໍຕາມ ມີໃນບ່ອນໄກ ຫຼື ບ່ອນໃກ້ກໍຕາມ ;

໙໘໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ຮູບ ... ເວທະນາ ... ສັນຍາ ... ສັງຂາຣ ... ວິນຍານ ນັ້ນທັງໝົດ ບຸຄຄົນຕ້ອງເຫັນດ້ວຍ ຢະຖາພູຕະສັມມັບປັນຍາ ແນວນີ້ວ່າ : “ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເປັນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ” ດັ່ງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ