ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ສໍາລັບ ປີຍະຮູບສາຕະຮູບນັ້ນ ໃນບ່ອນອື່ນກ່າວໄວ້ເປັນສິບໝວດ ຕາມໄນຍະແຫ່ງມະຫາສະຕິປັຕຖານະສູຕ ລວມກັນເປັນ ໖໐ ຢ່າງ ; ໃນບ່ອນນີ້ກ່າວໄວ້ພຽງ ໖ ຢ່າງ ຕາມຈໍານວນແຫ່ງອາຍະຕະນະພາຍໃນ, ເຖິງແນວນັ້ນກໍອາດຈະຂະຫຍາຍອອກໄປໄດ້ເປັນ ໖໐ ຢ່າງເຊັ່ນດຽວກັນ ; ຜູ່ສົນໃຈຈົ່ງຫາອ່ານເບິ່ງໄດ້ ຈາກມະຫາສະຕິ
ປັຕຖານະສູຕ ເປັນຕົ້ນເອງເຖີ້ນ).
- ນິທານ. ສັງ. ໑໖/໑໓໐ - ໑໓໕/໒໕໔ - ໒໖໒.
ການພິຈາຣະນາເພື່ອຄວາມດັບສິ້ນແຫ່ງແດນເກີດ
ຂອງທຸກຂະສະມຸທັຍ
ພິກຂຸ ທ. ! ພິກຂຸຄວນພິຈາຣະນາໄຄ່ຄວນ ໂດຍປະການທີ່ ເມື່ອພິຈາຣະນາ
ໄຄ່ຄວນຢູ່ ວິນຍານ (ຈິຕ) ຂອງເຂົາ ອັນເປັນວິນຍານຊຶ່ງບໍ່ຟຸ້ງໄປ ບໍ່ຊ້ານໄປໃນ
ພາຍນອກ ແລະ ໄປຕັ້ງຈົມຕິດຢູ່ໃນພາຍໃນແລ້ວ ກໍຈະບໍ່ຕົກໃຈຕື່ນ ເພາະບໍ່ມີທັມເປັນບ່ອນຢຶດໝັ້ນ.
໙໗໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ເມື່ອວິນຍານບໍ່ຟຸ້ງໄປ ບໍ່ຊ້ານໄປໃນພາຍນອກ ແລະ ບໍ່ຕັ້ງຈົມຕິດຢູ່ໃນພາຍໃນ ເປັນວິນຍານບໍ່ຕົກໃຈຕື່ນ ຍ້ອນບໍ່ມີທັມເປັນບ່ອນຢຶດໝັ້ນຢູ່ ດັ່ງນີ້ແລ້ວ, ທັມເປັນແດນເກີດແຫ່ງທຸກຂ໌ ກ່າວຄື ຊາຕ ຊະຣາມໍຣະນະ ຍ່ອມບໍ່ມີອີກຕໍ່ໄປ.
(ເມື່ອຕຣັດແຕ່ໂດຍຫຍໍ້ດັ່ງນີ້ແລ້ວ ສະເດັດເຂົ້າໄປໃນວິຫາຣ ພິກຂຸບໍ່ເຂົ້າໃຈເນື້ອໃນໃຈຄວາມນັ້ນໂດຍພິສະດານ ໄດ້ເຂົ້າໄປຂໍຄໍາອະທິບາຍນໍາພຣະມະຫາກັຈຈາຢະນະ ທ່ານໄດ້ອະທິບາຍໃນຂໍ້ທີ່ວ່າ ວິນຍານຟຸ້ງໄປໃນພາຍນອກຄືອັນໃດ ຕັ້ງຈົມຕິດຢູ່ໃນພາຍໃນຄືອັນໃດ ຕົກໃຈຕື່ນນັ້ນແມ່ນແນວໃດ ດັ່ງນີ້ເປັນຕົ້ນ ; ຫາເບິ່ງລາຍລະອຽດໄດ້ຈາກໜັງສື ປະຕິຈຈ. ໂອ. ໜ້າ ໒໙໕ - ໓໐໕).
- ອຸປຣິ. ມ. ໑໔/໔໑໑ - ໔໒໒/໖໓໙ - ໖໕໒.
ໝວດ ຈ. ວ່າດ້ວຍອານິສົງສ໌ຂອງສັມມາທິຕຖິ
ການເຫັນຊະນິດທີ່ລະມິຈສາທິຕຖິໄດ້
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ເມື່ອບຸຄຄົນຮູ້ຢູ່ແນວໃດ ເຫັນຢູ່ແນວໃດ ມິຈສາທິຕຖິຍ່ອມລະໄປ ຂ້ານ້ອຍ ?”
ພິກຂຸ ! ເມື່ອບຸຄຄົນຮູ້ຢູ່ ເຫັນຢູ່ ຊຶ່ງ ຈັກຂຸ ໂດຍຄວາມເປັນຂອງບໍ່ທ່ຽງ ມິຈສາທິຕຖິຍ່ອມລະໄປ. ເມື່ອບຸຄຄົນຮູ້ຢູ່ ເຫັນຢູ່ ຊຶ່ງ ຮູບ ທ. ໂດຍຄວາມເປັນຂອງບໍ່ທ່ຽງ
ມິຈສາທິຕຖິຍ່ອມລະໄປ. ເມື່ອບຸຄຄົນຮູ້ຢູ່ ເຫັນຢູ່ ຊຶ່ງ ຈັກຂຸວິນຍານ ໂດຍຄວາມເປັນຂອງບໍ່ທ່ຽງ ມິຈສາທິຕຖິຍ່ອມລະໄປ. ເມື່ອບຸຄຄົນຮູ້ຢູ່ ເຫັນຢູ່ ຊຶ່ງ ຈັກຂຸສັມຜັສ ໂດຍຄວາມເປັນຂອງບໍ່ທ່ຽງ ມິຈສາທິຕຖິຍ່ອມລະໄປ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໗໙
ເມື່ອບຸຄຄົນຮູ້ຢູ່ ເຫັນຢູ່ ຊຶ່ງ ເວທະນາ ອັນເປັນສຸຂກໍຕາມ ອັນເປັນທຸກຂ໌ກໍຕາມ ອັນເປັນອະທຸກຂະມະສຸຂະກໍຕາມ ທີ່ເກີດຂຶ້ນເພາະຈັກຂຸສັມຜັສເປັນປັຈຈັຍ ໂດຍຄວາມເປັນຂອງບໍ່ທ່ຽງ ມິຈສາທິຕຖິຍ່ອມລະໄປ.
(ໃນກໍລະນີແຫ່ງ ອາຍະຕະນິກະທັມອີກ ໕ ໝວດຮຽງຕິດໄປ ຄື : ໝວດໂສຕະ ຄານະ ຊິວຫາ ກາຢະ ແລະ ມະນະ ກໍມີຂໍ້ຄວາມທີ່ຕຣັດໄວ້ ດ້ວຍຂໍ້ຄວາມດັ່ງດຽວກັນກັບຂ້າງເທິງນີ້ ຕ່າງແຕ່ຊື່ທັມ ທີ່ຕ້ອງປ່ຽນໄປຕາມໝວດນັ້ນໆ ທໍ່ນັ້ນ ; ລວມເປັນທັມທີ່ຖືກຮູ້ເຫັນ ໂດຍຄວາມເປັນອະນິຈຈັງ ທັງໝົດ ໓໐ ຢ່າງ).
ພິກຂຸ ! ເມື່ອບຸຄຄົນ ຮູ້ຢູ່ແນວນີ້ ເຫັນຢູ່ແນວນີ້ແລ ມິຈສາທິຕຖິຍ່ອມລະໄປ.
- ສລາ. ສັງ. ໑໘/໑໘໕/໒໕໔.
ການເຫັນຊະນິດທີ່ລະສັກກາຢະທິຕຖິໄດ້
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ເມື່ອບຸຄຄົນຮູ້ຢູ່ແນວໃດ ເຫັນຢູ່ແນວໃດ ສັກກາຢະທິຕຖິຍ່ອມ
ລະໄປ ຂ້ານ້ອຍ ?”.
ພິກຂຸ ! ເມື່ອບຸຄຄົນຮູ້ຢູ່ ເຫັນຢູ່ ຊຶ່ງ ຈັກຂຸ ໂດຍຄວາມເປັນທຸກຂ໌ ສັກກາຢະທິຕຖິຍ່ອມລະໄປ, ເມື່ອບຸຄຄົນຮູ້ຢູ່ເຫັນຢູ່ ຊຶ່ງ ຮູບ ທ. ໂດຍຄວາມເປັນທຸກຂ໌ ສັກກາຢະທິຕຖິຍ່ອມລະໄປ, ເມື່ອບຸຄຄົນຮູ້ຢູ່ ເຫັນຢູ່ ຊຶ່ງ ຈັກຂຸວິນຍານ ໂດຍຄວາມເປັນທຸກຂ໌ ສັກກາຢະທິຕຖິຍ່ອມລະໄປ, ເມື່ອບຸຄຄົນຮູ້ຢູ່ ເຫັນຢູ່ ຊຶ່ງ ຈັກຂຸສັມຜັສ ໂດຍຄວາມເປັນທຸກຂ໌ ສັກກາຢະທິຕຖິຍ່ອມລະໄປ, ເມື່ອບຸຄຄົນຮູ້ຢູ່ ເຫັນຢູ່ ຊຶ່ງ ເວທະນາ ໂດຍຄວາມເປັນສຸຂກໍຕາມ ອັນເປັນທຸກຂ໌ກໍຕາມ ອັນເປັນອະທຸກຂະມະສຸຂະກໍຕາມ ທີ່ເກີດຂຶ້ນເພາະຈັກຂຸສັມຜັສເປັນປັຈຈັຍ ໂດຍຄວາມເປັນທຸກຂ໌ ສັກກາຢະທິຕຖິຍ່ອມລະໄປ.
ພິກຂຸ ! ເມື່ອບຸຄຄົນ ຮູ້ຢູ່ແນວນີ້ ເຫັນຢູ່ແນວນີ້ແລ ສັກກາຢະທິຕຖິຍ່ອມລະໄປ.








